ສຳລັບບັນຊີເງິນຝາກປະຈຳແມ່ນຜະລິດຕະພັນເງິນຝາກປະເພດໜຶ່ງທີ່ໃຫ້ຜົນຕອບແທນທີ່ໜ້າສົນໃຈ ແລະ ມີຫຼາຍໄລຍະເວລາການຝາກ. ເຊິ່ງເປັນອີກທາງເລືອກໜຶ່ງສຳລັບທ່ານໃນການລົງທຶນທີ່ປອດໄພທີ່ສຸດ.

ສະກຸນເງິນທີ່ສາມາດເປີດໄດ້:
ກີບ, ໂດລາ ແລະ ບາດ

ວົງເງິນຝາກຕ່ຳສຸດ

  • 2,000,000.00 ກີບ
  • 500 ໂດລາ
  • 20,000.00 ບາດ

 

ປະເພດຂອງເງິນຝາກປະຈຳ ແລະ ອັດຕາດອກເບ້ຍ:

ຜະລິດຕະພັນ

ໄລ​ຍະ​ການ​ຝາກ

ເງິນຝາກປະຈຳ

ກີບ

ໂດລາ

ບາດ

ອັດຕາດອກເບ້ຍຕໍ່ປີ

1 ເດືອນ

-

2.00%

1.50%

3 ເດືອນ

3.20%

2.75%

2.00%

6 ເດືອນ

4.00%

3.50%

3.00%

9 ເດືອນ

4.70%

-

-

12 ເດືອນ

5.80%

4.10%

4.00%

15 ເດືອນ

-

4.50%

4.25%

ຄ່າທຳນຽມ ບັນຊີຝາກມີກຳນົດ

ລຳດັບ

ຄ່າບໍລິການ

​ຈຳນວນເງິນ

1

ຄ່າທຳນຽມອອກໃບຢັ້ງຢືນ ການຝາກປະຈຳໃໝ່ (ກໍລະນີເຮັດເສຍ)

5 ໂດລາ ຫລືທຽບເທົ່າ


ເອກະສານສຳລັບເປີດບັນຊີ:

ບັນຊີບຸກຄົນ / ຮ່ວມ:

  • ບັດປະຈຳຕົວ / ປື້ມສຳມະໂນຄົວ

ບັນຊີສະມາຄົມ, ສະໂມສອນ ຫລື ບັນຊີສະມາຄົມ

  • ບັດປະຈຳຕົວຂອງຜູ້ທີ່ມີລາຍເຊັນເຄື່ອນໄຫວບັນຊີ
  • ສຳເນົາໃບອະນຸຍາດການສ້າງຕັ້ງ
  • ສຳເນົາໃບຢັ້ງຢືນມະຕິຕົກລົງ / ບົດບັນທຶກການອະນຸມັດຈາກກອງປະຊຸມຂອງຄະນະກຳມະການ

ບັນຊີບຸກຄົນຕ່າງປະເທດ

  • ໜັງສືຜ່ານແດນ / ບັດປະຈຳຕົວ
  • ໃບອະນຸຍາດເຮັດວຽກ
  • ບັດນັກຮຽນ ແລະ ໜັງສືຢັ້ງຢືນຈາກມະຫາວິທະຍາໄລ ຫລື ສະຖາບັນ
  • ປື້ມສຳມະໂນຄົວ ຫຼື ໃບຢັ້ງຢືນການແຕ່ງງານ, ຖ້າຫາກຜູ້ຮ້ອງຂໍໄດ້ແຕ່ງງານກັບຄົນລາວ

ບັນຊີບໍລິສັດຕ່າງປະເທດ

  • ໜັງສືຜ່ານແດນ / ບັດປະຈຳຕົວ
  • ໃບທະບຽນອາກອນ
  • ໜັງສືມະຕິຕົກລົງຂອງບໍລິສັດ
  • ຂໍ້ກຳນົດ ແລະ ເງື່ອນໄຂໃນການຂໍເປີດບໍລິສັດ (ຖ້າມີ)

 

ຂໍ້ກຳນົດ ແລະ ເງື່ອນໄຂ ການຄຸ້ມຄອງບັນຊີ ເງິນຝາກປະຈຳ
ສະບັບພາສາອັງກິດ, ກະລຸນາກົດໃສ່ບ່ອນນີ້
ສະບັບພາສາລາວ, ກະລຸນາກົດໃສ່ບ່ອນນີ້

 

ເງິນຝາກຂອງທ່ານໄດ້ຮັບການປົກປ້ອງ ຈາກ ສຳນັກງານປົກປ້ອງເງິນຝາກ ຕາມລະບຽບການ.