ການທະນາຄານທາງອິນເຕີເນັດ

ຄວາມມຸ່ງໝັ້ນຂອງກຸ່ມທະນາຄານພາບລິກຄືຂະຫຍາຍຄວາມເປັນເລີດໃຫ້ກວມລວມທຸກພາກສ່ວນທຸລະກິດຂອງພວກເຮົາ, ໂດຍສະເພາະແມ່ນລະບົບຄວາມປອດໄພ. ການຮັກສາເງິນຂອງທ່ານໃຫ້ມີຄວາມປອດໄພຖືວ່າເປັນບູລິມະສິດສູງສຸດຂອງພວກເຮົາ.

ເພື່ອຜ່ານເຂົ້າສູ່ການບໍລິການທະນາຄານທາງອິນເຕີເນັດຂອງພວກເຮົາ, ທ່ານຕ້ອງໄດ້ໃສ່ລະຫັດປະຈຳຕົວຜູ້ໃຊ້ ແລະ ເລກລະຫັດຜ່ານໃຫ້ຖືກຕ້ອງ. ເພື່ອເປັນການປ້ອງກັນການເຂົ້າໃຊ້ງານໂດຍບຸກຄົນອື່ນພວກເຮົາໄດ້ຈຳກັດຈຳນວນຄັ້ງໃນການເຂົ້າໃຊ້ງານໃນແຕ່ລະຄັ້ງ. ນອກຈາກນັ້ນ, ເມື່ອຜ່ານເຂົ້າລະບົບແລ້ວບໍ່ມີການໃຊ້ງານລະບົບຈະທຳການໝົດເວລາການເຊື່ອມຕໍ່ເພື່ອປ້ອງກັນການເຂົ້ານຳໃຊ້ຂອງຜູ້ບໍ່ໄດ້ຮັບອະນຸຍາດ.

ກະລຸນາຮັບຮູ້ວ່າທາງທະນາຄານພາບລິກຈະບໍ່ຖາມ ແລະ ຮ້ອງຂໍຂໍ້ມູນທີ່ເປັນສ່ວນຕົວຂອງລູກຄ້າຜ່ານທາງອອນລາຍ ຫຼື ຜ່ານທາງອີເມວ, ຈົດໝາຍ ແລະ ທາງໂທລະສັບ/ຂໍ້ຄວາມໂດຍເດັດຂາດ. ເນື່ອງຈາກທາງທະນາຄານຈະມີຂໍ້ມູນສ່ວນຕົວ ແລະ ເບີໂທລະສັບຂອງລູກຄ້າຮຽບຮ້ອຍແລ້ວນັບແຕ່ມື້ທີ່ລູກຄ້າໄດ້ເປີດບັນຊີກັບພວກເຮົາ.

ພວກເຮົາຂໍແນະນຳໃຫ້ທ່ານຊາບວ່າໃນຂະນະທີ່ກຳລັງເຮັດທຸລະກຳອອນລາຍຄວນໃຫ້ແນ່ໃຈວ່າຄອມພິວເຕີ ຫຼື ໂທລະສັບຂອງທ່ານໄດ້ມີລະບົບປ້ອງກັນໄວຣັສເປັນທີ່ຮຽບຮ້ອຍແລ້ວ.

ສຳລັບຄໍາແນະນໍາເພີ່ມຕື່ມກ່ຽວກັບການໃຊ້ງານທາງອອນລາຍໃຫ້ມີຄວາມປອດໄພ, ກະລຸນາເຂົ້າໄປທີ່ ຄວາມປອດໄພທາງອອນລາຍ.