ປະຫວັດຄວາມເປັນມາຂອງທະນາຄານພາບລິກ

ທະນາຄານພາບລິກ ເບີຮາດ ເປັນທະນາຄານທຳອິດ ທີ່ເຂົ້າມາເປີດສາຂາຕ່າງປະເທດຢູ່ໃນ ສປປ ລາວ ເມື່ອວັນທີ 18 ທັນວາ 1995. ດ້ວຍປະສົບການຫຼາຍກ່ວາ 30 ປີ ທີ່ໄດ້ດຳເນີນທຸລະກິດການທະນາຄານໃນ ສປປ ລາວ, ທະນາຄານພາບລິກ ມີ 4 ສາຂາ ເຊັ່ນມີ 2 ສາຂາ ໃນນະຄອນຫຼວງວຽງຈັນ, 1 ສາຂາ ໃນຕົວເມືອງສະຫວັນນະເຂດ ແລະ ອີກ 1 ສາຂາ ໃນຕົວເມືອງປາກເຊ.

ໃນເດືອນ ມັງກອນ ປີ 2024, ທະນາຄານພາບລິກ ລາວ ຈຳກັດ ພາຍຫຼັງໄດ້ຮັບການອະນຸມັດຈາກ ທະນາຄານແຫ່ງ ສປປ ລາວ ເພື່ອປັບປຸງ ແລະ ຍົກລະດັບການດຳເນີນງານຂອງ ທະນາຄານພາບລິກ ເບີຮາດ ສາຂາຕ່າງປະເທດ ມາເປັນທະນາຄານທ້ອງຖິ່ນ.

ທະນາຄານພາບລິກ ລາວ ຈຳກັດ ມີສຳນັກງານໃຫຍ່ຕັ້ງຢູ່ນະຄອນຫຼວງວຽງຈັນ ແລະ ຍັງມີອີກ 4 ສາຂາໃນຕົວເມືອງ ດັ່ງທີ່ໄດ້ກ່າວໄວ້ຂ້າງເທິງ.

ທະນາຄານພາບລິກ ລາວ ຈຳກັດ (PBLL) ເປັນທະນາຄານໃນເຄືອຂອງ ທະນາຄານພາບລິກ ເບີຮາດ ເຊິ່ງເປັນກຸ່ມທະນາຄານທີ່ເຊື່ອມໂຍງກັບອົງກອນເອກະຊົນທີ່ໃຫຍ່ທີ່ສຸດໃນປະເທດມາເລເຊຍ. ກຸ່ມທະນາຄານພາບລິກ ໃຫ້ບໍລິການດ້ານການທະນາຄານ ແລະ ການເງິນທີ່ຫຼາກຫຼາຍ.

ກຸ່ມທະນາຄານພາບລິກ ໄດ້ເປີດກວ້າງການບໍລິການ ດ້ານການທະນາຄານຂອງຕົນໃຫ້ກວມເອົາຜະລິດຕະພັນທາງການເງິນ ທີ່ຫຼາກຫຼາຍ, ລວມທັງການທະນາຄານສ່ວນບຸກຄົນ ແລະ ການຄ້າ, ທະນາຄານ ອິດສະລາມ, ທະນາຄານເພື່ອການລົງທຶນ, ນາຍໜ້າຊື້ຂາຍຫຼັກຊັບ, ບໍລິການຜູ້ດູແລຜົນປະໂຫຍດ ແລະ ຕົວແທນ, ການຄຸ້ມຄອງກອງທຶນ, ລວມເຖິງ ບໍລິການປະກັນໄພຜ່ານທະນາຄານ ແລະ ປະກັນໄພທົ່ວໄປ. ເພື່ອຄວາມກ້າວໜ້າທາງດ້ານເຕັກໂນໂລຊີ ກຸ່ມທະນາຄານມີຄວາມມຸ່ງໝັ້ນ ທີ່ຈະເສີມຂະຫຍາຍການບໍລິການໃຫ້ແກ່ລູກຄ້າ ໂດຍໃຫ້ສອດຄ່ອງກັບຄວາມຕ້ອງການທາງດ້ານດິຈິຕອນທີ່ກຳລັງພັດທະນາ.

ດ້ວຍຄວາມມຸ່ງໝັ້ນໃນການບໍລິການທີ່ດີເລີດ, ທະນາຄານພາບລິກ ເຂົ້າເຖິງກຸ່ມລູກຄ້າຂອງຕົນ ໂດຍຜ່ານເຄືອຂ່າຍສາຂາຈຳນວນ 314 ແຫ່ງໃນທົົ່ວປະເທດມາເລເຊຍ, ນອກເໜືອຈາກການດຳເນີນທຸລະກິດພາຍໃນປະເທດທີ່ເຂັ້ມແຂງແລ້ວ ກຸ່ມບໍລິສັດຍັງມີເຄືອຂ່າຍສາຂາຢ່າງກວ້າງຂວາງໃນເຂດພາກພື້ນ ໂດຍມີ 79 ສາຂາໃນຮົງກົງ ແລະ ຈີນ, 32 ສາຂາໃນປະເທດກຳປູເຈຍ, 40 ສາຂາໃນປະເທດຫວຽດນາມ, 4 ສາຂາໃນປະເທດລາວ ແລະ 3 ສາຂາໃນປະເທດສີລັງກາ.

Download Mobile App
Mypbll App Home landing page screenshot
MyPBLL app icon
MyPBLL App
ເຮັດໃຫ້ການບໍລິຫານເງິນຂອງທ່ານງ່າຍຂຶ້ນ
Mypbll App QR code that links to the Appstore
Download on the App Store
 Mypbll App QR code that links to the Playstore
Download on Google Play