ບໍລິການທີ່ນຳໃຊ້ໄດ້
ບັນຊີ
- ກວດສອບຍອດເຫຼືອບັນຊີ ແລະ ທຸລະກຳສາມາດກວດເບິ່ງຍອດເງິນໃນບັນຊີ ແລະ ກວດເບິ່ງທຸລະກຳຂອງທ່ານໄດ້ທຸກທີ່, ທຸກເວລາ.
ກົດໃສ່ບ່ອນນີ້.
- ບັນຊີຝາກປະຈຳ
ເພີດເພີນໄປກັບອັດຕາເງິນຝາກທີ່ໜ້າພໍໃຈ, ງ່າຍໃນການຕໍ່ອາຍຸຂອງເງິນຝາກ ແລະ ການຕິດຕາມທີ່ລຽບງ່າຍ - ທັງໝົດນີ້ຢູ່ພຽງປາຍນິ້ວມືຂອງທ່ານ! ໃນຟັງຊັ່ນບັນຊີຝາກປະຈຳນີ້, ທ່ານສາມາດ:
- ກວດເບິ່ງຍອດເງິນຂອງທຸກບັນຊີເງິນຝາກປະຈຳຂອງທ່ານ
- ຝາກເງິນ (ເປີດບັນຊີເງິນຝາກປະຈຳອອນລາຍ)
- ຖອນເງິນ (ຖອນບັນຊີເງິນຝາກປະຈຳອອນລາຍ)
- ດາວໂຫຼດໃບແຈ້ງຝາກເງິນ/ໃບຕໍ່ອາຍຸສັນຍາເງິນຝາກ ໄດ້ຢ່າງງ່າຍດາຍ
ຂ້ອຍຈະເຮັດລາຍການເປີດບັນຊີເງິນຝາກປະຈຳອອນລາຍໄດ້ແນວໃດ?
ກະລຸນາປະຕິບັດຕາມຄຳແນະນຳໃນຂັ້ນຕອນດັ່ງລຸ່ມນີ້:
- ຄິກໃສ່ບັນຊີ
- ຄິກໃສ່ບັນຊີຝາກປະຈຳ
- ຄິກໃສ່ຝາກເງິນ
- ເລືອກບັນຊີ (ກີບ/ໂດລາ/ບາດ) ແລະ ຄິກໃສ່ປຸ່ມຕໍ່ໄປ
- ເລືອກໄລຍະເງິນຝາກ
- ໃສ່ຈຳນວນເງິນຝາກ ແລະ ຄິກໃສ່ປຸ່ມຕໍ່ໄປ
- ກວດເບິ່ງຄວາມຖືກຕ້ອງຂອງຂໍ້ມູນ ແລະ ຄິກໃສ່ປຸ່ມຕໍ່ໄປອີກຄັ້ງໜຶ່ງເພື່ອສຳເລັດທຸລະກຳ.
ຂ້ອຍຈະເຮັດລາຍການຖອນເງິນຈາກບັນຊີເງິນຝາກປະຈຳອອນລາຍໄດ້ແນວໃດ?
ກະລຸນາປະຕິບັດຕາມຄຳແນະນຳໃນຂັ້ນຕອນດັ່ງລຸ່ມນີ້:
- ຄິກໃສ່ບັນຊີ
- ຄິກໃສ່ບັນຊີຝາກປະຈຳ
- ຄິກໃສ່ຖອນເງິນ
- ເລືອກສະກຸນເງິນ ແລະ ຄິກໃສ່ປຸ່ມຕໍ່ໄປ
- ຄິກໃສ່ເລກບັນຊີເງິນຝາກທີ່ຕ້ອງການຖອນ ແລະ ຄິກໃສ່ປຸ່ມຕໍ່ໄປ
- ຄິກໃສ່ປຸ່ມ “ຂໍ PAC ເລີຍ”
- ໃສ່ລະຫັດ PAC
- ກວດເບິ່ງຄວາມຖືກຕ້ອງແລ້ວຄິກໃສ່ປຸ່ມຢືນຢັນ.
- ຜະລິດຕະພັນບັດ
ໃນຄຳສັ່ງນີ້ທ່ານຈະສາມາດ:
- ເຂົ້າກວດເບິ່ງຍອດເງິນ ແລະ ລາຍການນຳໃຊ້ບັດວີຊ່າ
- ເພີ່ມບັດ
- ຍົກເລີກ/ແຈ້ງບັດເສຍ
- ໃບແຈ້ງລາຍການເຄື່ອນໄຫວບັນຊີ E-Statement
ສາມາດດາວໂຫຼດໃບແຈ້ງລາຍການເຄື່ອນໄຫວບັນຊີຂອງທ່ານທາງອອນລາຍ. ເຊິ່ງມີຄວາມປອດໄພກວ່າ, ບໍ່ໄດ້ເສຍຄ່າທຳນຽມ ແລະ ເປັນວິທີການທີ່ປະຢັດຊັບພະຍາກອນທີ່ດີທີ່ສຸດອີກດ້ວຍ.
- ການຄຸ້ມຄອງບໍລິຫານແຊັກ
ຈັດການຂໍ້ມູນແຊັກຢ່າງມີປະສິດທິພາບ ແລະ ຮັບປະກັນການບັນທຶກການຈ່າຍເງິນຜ່ານແຊັກຂອງທ່ານຢ່າງຖືກຕ້ອງ.
ຂ້ອຍສາມາດເຮັດຫຍັງໄດ້ແດ່ ໃນຟັງຊັ່ນທີ່ກ່ຽວຂ້ອງກັບແຊັກ?
- ຂໍປຶ້ມແຊັກ
- ຂໍລະງັບແຊັກ
- ກວດສອບສະຖານະແຊັກ
ການໂອນເງິນ
- "ໂອນຫາບັນຊີຕົນເອງ" ແມ່ນຫຍັງ?
“ໂອນຫາບັນຊີຕົນເອງ” ໝາຍເຖິງການໂອນເງິນໄປຫາບັນຊີສ່ວນຕົວຂອງທ່ານ ທີ່ໄດ້ເຊື່ອມຕໍ່ເຂົ້າກັບຂໍ້ມູນ PBe ຂອງທ່ານ.
- "ໂອນຫາບັນຊີບຸກຄົນອື່ນ" ແມ່ນຫຍັງ?
"ໂອນຫາບັນຊີບຸກຄົນອື່ນ" ໝາຍເຖິງການໂອນເງິນໄປຫາບັນຊີຂອງບຸກຄົນອື່ນ, ບັນຊີພາຍໃນທະນາຄານພາບລິກ.
- "ບັນຊີໂອນປະຈຳ" ແມ່ນຫຍັງ ແລະ ມັນຕ່າງຈາກ "ໂອນຫາບັນຊີບຸກຄົນອື່ນ" ແນວໃດ?
ຄຸນລັກສະນະຂອງ "ບັນຊີໂອນປະຈຳ" ແມ່ນລະບົບຈະອະນຸຍາດໃຫ້ທ່ານເກັບຮັກສາບັນຊີທີ່ທ່ານໂອນຫາເປັນປະຈຳໄດ້ ເຊິ່ງທ່ານສາມາດຕັ້ງຊື່ໃໝ່ໃຫ້ບັນຊີເຫຼົ່ານີ້ໄດ້ຕາມຄວາມມັກຂອງທ່ານ ແລ້ວລະບົບຈະບັນທຶກຂໍ້ມູນນີ້ ໄວ້, ເລກບັນຊີລວມທັງຊື່ໃໝ່ຈະຖືກບັນທຶກໄວ້ໃນປະຫວັດຂໍ້ມູນຂອງທ່ານ.
- ວົງເງິນໃນການໂອນຕໍ່ວັນເທົ່າໃດ?
| ການໂອນເງິນ |
ສຳລັບບຸກຄົນ (ບຸກຄົນ/ຮ່ວມ/ເຈົ້າຂອງຜູ້ດຽວ) |
PBe ສຳລັບນິຕິບຸກຄົນ |
| ໂອນຫາບັນຊີຕົນເອງ (ສະກຸນເງິນດຽວກັນ) |
80,000,000 ກີບ/10,000 ໂດລາ/350,000ບາດ |
80,000,000 ກີບ/10,000 ໂດລາ/350,000ບາດ (ພ້ອມໃສ່ລະຫັດ SecureSign) |
| ໂອນຫາບັນຊີບຸກຄົນທີ່ສາມ (ສະກຸນເງິນດຽວກັນ) |
8,000,000 ກີບ/1,000 ໂດລາ/35,000ບາດ (ພ້ອມໃສ່ລະຫັດ PAC) |
24,000,000 ກີບ/3,000 ໂດລາ/105,000ບາດ (ພ້ອມໃສ່ລະຫັດ SecureSign) |
ໝາຍເຫດ:
ວົງເງິນໃນການໂອນສາມາດປ່ຽນແປງ (ຫຼຸດວົງເງິນເທົ່ານັ້ນ) ທາງອອນລາຍໄດ້ທີ່ ການດັດແກ້ປ່ຽນແປງຂໍ້ມູນ/ປ່ຽນວົງເງິນການໂອນຕໍ່ວັນ. # ວົງເງິນການໂອນຕໍ່ວັນສາມາດເພີ່ມໄດ້ສູງສຸດ 8,000,000 ກີບ/1,000 ໂດລາ/35,000ບາດ ສໍາລັບບຸກຄົນ ແລະ 24,000,000 ກີບ/3,000 ໂດລາ/105,000ບາດ ສໍາລັບນິຕິບຸກຄົນ ທີ່ທຸກສາຂາທະນາຄານພາບລິກ ລາວ.
- ຂ້ອຍຕ້ອງເຮັດແນວໃດໃນການໂອນເງິນຫາບັນຊີບຸກຄົນອື່ນພາຍໃນ ທະນາຄານພາບລິກ ລາວ ຈຳກັດ?
ກະລຸນາປະຕິບັດຕາມຂັ້ນຕອນດັ່ງລຸ່ມນີ້:
- ກົດໃສ່ການໂອນເງິນ
- ກົດໃສ່ບັນຊີພາຍໃນທະນາຄານພາບລິກ
- ກົດໃສ່ໂອນຫາບັນຊີບຸກຄົນອື່ນ ຫຼື ໂອນຫາບັນຊີທີ່ໄດ້ລົງທະບຽນໄວ້
- ເລືອກໂອນຈາກບັນຊີ
- ໃສ່ໝາຍເລກບັນຊີຜູ້ຮັບ
- ໃສ່ຈຳນວນເງິນ (ໂດລາ/ກີບ/ບາດ) ແລະ ກົດຖັດໄປ
- ກົດໃສ່ປຸ່ມ “ຂໍ PAC ເລີຍ”
- ໃສ່ລະຫັດ PAC
- ກວດເບິ່ງຄວາມຖືກຕ້ອງແລ້ວກົດຢືນຢັນ
ການຊຳລະ
ຈ່າຍຊຳລະບັດໄດ້ຢ່າງງ່າຍດາຍ ດ້ວຍການຟັງຊັ່ນການຈ່າຍຊຳລະບັດ PB.
- ຂ້ອຍສາມາດຈ່າຍຊຳລະບັດດ້ວຍຮູບແບບໃດແດ່?
- ຊຳລະຫາບັດຕົນເອງ
- ຊຳລະຫາບັດບຸກຄົນອື່ນ
- ຊຳລະຫາບັດທີ່ຊຳລະປະຈຳ
- ການຈັດການບັດທີ່ຊຳລະປະຈຳ
- ຂ້ອຍຈະຈ່າຍຊຳລະຫາບັດບຸກຄົນອື່ນໄດ້ແນວໃດ?
ກະລຸນາປະຕິບັດຕາມຂັ້ນຕອນດັ່ງລຸ່ມນີ້:
- ຄິກໃສ່ການຊຳລະ
- ຄິກໃສ່ການຊຳລະບັດ PB
- ຄິກໃສ່ ຫາບັດບຸກຄົນອື່ນ ຫຼື ຫາບັດທີ່ຊຳລະປະຈຳ
- ເລືອກໂອນຈາກບັນຊີ (LAK/USD/THB)
- ໃສ່ເລກບັດ
- ໃສ່ຈຳນວນເງິນກີບ ແລະ ຄິກໃສ່ປຸ່ມຕໍ່ໄປ
- ຄິກໃສ່ປຸ່ມ "ຂໍ PAC ເລີຍ"
- ໃສ່ລະຫັດ PAC
- ກວດເບິ່ງຄວາມຖືກຕ້ອງແລ້ວ ຄິກໃສ່ປຸ່ມຢືນຢັນ.
ການປ່ຽນແປງຂໍ້ມູນໂປຣຟາຍ
ຈັດການຂໍ້ມູນບັນຊີ ໃຫ້ເໝາະສົມກັບຄວາມຕ້ອງການຂອງທ່ານ.
ແມ່ນຫຍັງແດ່ທີ່ຂ້ອຍສາມາດກຳນົດການຕັ້ງຄ່າທີ່ກ່ຽວຂ້ອງກັບໂປຣຟາຍ?
- ປ່ຽນແປງຂໍ້ມູນສ່ວນຕົວ
- ປ່ຽນເລກລະຫັດຜ່ານ
- ປ່ຽນຂໍ້ມູນສ່ວນຕົວຜ່ານເຂົ້າລະບົບ
- ປ່ຽນວົງເງິນໃນການໂອນຕໍ່ວັນ