ເຮັດທຸລະກຳການເງິນດ້ວຍຄວາມໝັ້ນໃຈ ໄປກັບບໍລິການ PBe ທະນາຄານອອນລາຍ. ກວດເບິ່ງຍອດເງິນໃນບັນຊີຂອງທ່ານ, ໂອນເງິນ, ຈ່າຍຊຳລະບັດ ແລະ ອື່ນໆອີກຫຼາຍຢ່າງ ໄດ້ທຸກທີ່ ທຸກເວລາ.
ຄວາມປອດໄພທາງອິນເຕີເນັດ ແລະ ການທະນາຄານຜ່ານໂທລະສັບມືຖືຂອງທ່ານ ພວກເຮົາແມ່ນມີຄວາມກັງວົນ ເປັນຢ່າງສູງ. ດ້ວຍເຫດນີ້, ພວກເຮົາຈຶ່ງມີຄວາມມຸ່ງໝັ້ນໃນການນຳໃຊ້ມາດຕະຖານລະດັບສູງໃນການຮັກສາຄວາມລັບ ແລະ ຄວາມປອດໄພທາງອອນລາຍເພື່ອໃຫ້ທ່ານສາມາດນໍາໃຊ້ບໍລິການ PBe ໄດ້ຢ່າງໝັ້ນໃຈເຕັມທີ່.
ເອກະສານນີ້ຈະມີຄໍາແນະນໍາງ່າຍໆທີ່ຈະຊ່ວຍໃຫ້ທ່ານມີຄວາມປອດໄພ ແລະ ເປັນຂໍ້ມູນທີ່ຈະຊ່ວຍໃຫ້ທ່ານກາຍເປັນຜູ້ນຳໃຊ້ທີ່ມີຄວາມຮູ້ຫຼາຍຂຶ້ນ ແລະ ມີສະຕິໃນການນຳໃຊ້ຢ່າງປອດໄພ.
ພວກເຮົາຈະນໍາໃຊ້ບໍລິການທາງອອນລາຍໃຫ້ມີຄວາມປອດໄພໄປພ້ອມໆກັນ.
ໃນວີດີໂອນີ້, ພວກເຮົາຈະສະແດງໃຫ້ເຫັນເຖິງວິທີຢັ້ງຢືນເວບໄຊທ໌ PBe ຂອງແທ້ຈາກເວບໄຊທ໌ປອມ.