ການໃຫ້ບໍລິການທາງການເງິນ ແລະ ຜະລິດຕະພັນທີ່ມີຄຸນນະພາບ ແລະ ຄວາມເພິ່ງພໍໃຈຂອງລູກຄ້າແມ່ນເປັນທຳນຽມທີ່ມີມາດົນນານຂອງກຸ່ມທະນາຄານພາບລິກ. ພວກເຮົາມີຄວາມພາກພູມໃຈໃນການເຕີບໃຫຍ່ໄປຄຽງຄູ່ກັນກັບບັນດາລູກຄ້າ.
ດັ່ງນັ້ນ, ພວກເຮົາມີຄວາມມຸ່ງໝັ້ນຢ່າງຍິ່ງທີ່ຈະສະໜອງ:
ການບໍລິການທີ່ມີຄຸນະພາບ ແລະ ເຊື່ອຖືໄດ້
- ພວກເຮົາຈະສະໜອງການບໍລິການ ແລະ ຜະລິດຕະພັນທີ່ເໝາະສົມຕໍ່ຄວາມຕ້ອງການ ແລະ ຄວາມສຳເລັດຂອງທ່ານ.
- ພວກເຮົາຈະບັນລຸເປົ້າໝາຍນີ້ດ້ວຍການເຂົ້າໃຈຈຸດປະສົງ ແລະ ເປົ້າໝາຍຂອງທ່ານຢ່າງເຕັມທີ່ ໃນຂະນະດຽວກັນກໍ່ຮັບປະກັນເຖິງມາດຕະຖານການບໍລິການທີ່ມີປະສິດທິພາບ ແລະ ສອດຄ່ອງ.
ຄວາມໂປ່ງໃສຂອງຜະລິດຕະພັນ ແລະ ການບໍລິການ
- ພວກເຮົາຈະນຳສະເໜີຜະລິດຕະພັນຂອງພວກເຮົາໃຫ້ລະອຽດຊັດເຈນ, ມີຄວາມຮັບຜິດຊອບ ແລະ ຖືກຕ້ອງເພື່ອໃຫ້ເໝາະສົມກັບຄວາມຄາດຫວັງຂອງທ່ານ.
- ພວກເຮົາຈະເປີດເຜີຍຂໍ້ກໍານົດ ແລະ ເງື່ອນໄຂຕ່າງໆທິີ່ກ່ຽວຂ້ອງກັບຜະລິດຕະພັນ ແລະ ການບໍລິການທັງໝົດໃຫ້ທ່ານ.
ຄວາມເປັນສ່ວນຕົວ ແລະ ຄວາມປອດໄພ
- ພວກເຮົາໃຫ້ຄວາມສໍາຄັນຢ່າງສູງຕໍ່ກັບຄວາມປອດໄພ ແລະ ຄວາມລັບຂອງຂໍ້ມູນສ່ວນຕົວລູກຄ້າ ແລະ ທຸລະກໍາທາງການເງິນທີ່ຄວບຄຸມໂດຍພວກເຮົາ.
- ພວກເຮົາຈະນຳໃຊ້ມາດຕະການຄວາມປອດໄພສູງສຸດເພື່ອປ້ອງກັນບຸກຄົນທີ່ບໍ່ໄດ້ຮັບອະນຸດຍາດ ແລະ ເພື່ອໃຫ້ທ່ານມີຄວາມສະບາຍໃຈໃນການເຮັດທຸລະກຳກັບພວກເຮົາໃນແຕ່ລະຄັ້ງ.
- ພວກເຮົາຈະສືບຕໍ່ໃຊ້ມາດຕະການສູງສຸດເພື່ອປ້ອງກັນ ແລະ ລົງໂທດໃຫ້ເຖິງທີ່ສຸດຕໍ່ກັບບຸກຄົນທີ່ເປີດເຜີຍຂໍ້ມູນສ່ວນຕົວ ແລະ ຄວາມປອດໄພໃນການເຮັດທຸລະກຳທາງການເງິນຂອງທ່ານ.
ການຕອບສະໜອງຢ່າງຮີບດ່ວນຕໍ່ການສອບຖາມ ແລະ ຄຳຕຳນິຕ່າງໆ
- ພວກເຮົາຍິນຕອບຮັບຕໍ່ຄວາມຄິດເຫັນ ແລະ ຄໍາຕໍານິຕິຊົມຂອງທ່ານເພາະຖືວ່າເປັນໂອກາດທີ່ດີເພື່ອ ຈະເຂົ້າໃຈ ແລະ ສະໜອງການບໍລິການໃຫ້ເໝາະສົມຕໍ່ຄວາມຕ້ອງການຂອງທ່ານໃຫ້ດີຂື້ນກວ່າເກົ່າ.
- ດັ່ງນັ້ນພວກເຮົາຈະຕອບສະໜອງຕໍ່ກັບບັນຫາຂອງທ່ານຢ່າງຮີບດ່ວນ ແລະ ຫ້າວຫັນ.
ຄວາມມຸ່ງໝັ້ນຂອງພວກເຮົາໃນການຮັບຜິດຊອບຕໍ່ທ່ານນັ້ນ ແມ່ນມາຈາກປັດສະຍາຂອງພວກເຮົາທີ່ຈະພັດທະນາ ການຮ່ວມມືໃຫ້ເກີດຜົນຢ່າງຕໍ່ເນື່ອງ. ເປັນທີ່ຮັບຮູ້ກັນດີແລ້ວວ່າທະນາຄານພາບລິກຂອງພວກເຮົາມີຊື່ສຽງທີ່ດີເລີດຫຼາຍກວ່າ 50 ປີ ຜ່ານມາທາງດ້ານເປັນພັນທະມິດທີ່ໝັ້ນຄົງ ແລະ ໃກ້ຊິດກັບບັນດາລູກຄ້າ. ສະນັ້ນ, ພວກເຮົາມີແຜນທີ່ຈະຂະຫຍາຍ ແລະ ເຕີບໂຕໃຫ້ເປັນທະນາຄານໃນລະດັບພາກພື້ນ ໂດຍການສືບຕໍ່ສະໜອງການບໍລິການທາງການເງິນທີ່ເປັນມືອາຊີບ, ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ, ນຳໃຊ້ແນວທາງປະຕິບັດທີ່ດີທີ່ສຸດໃນໂລກ ແລະ ທັງໝົດທີ່ກ່າວມານັ້ນຄືການຢູ່ຄຽງຂ້າງຢ່າງໃກ້ຊິດກັບບັນດາລູກຄ້າທັງໝົດຂອງພວກເຮົາ.