ບັນຊີຝາກປະຢັດເປັນບັນທີ່ນຳໃຊ້ສຳລັບທຸກຈຸດປະສົງທີ່ມີຄວາມສະດວກສະບາຍຕໍ່ລູກຄ້າ. ເຊິ່ງບັນຊີຝາກປະຢັດຍັງ ເປັນບັນຊີທີ່ເປີດງ່າຍບໍ່ວ່າຈະເປັນບຸກຄົນ ຫລື ເປັນກຸ່ມ.

ສະກຸນເງິນທີ່ສາມາດເປີດໄດ້
ກີບລາວ, ໂດລາສະຫະລັດ ແລະ ບາດໄທ

ວົງເງິນຝາກເບື້ອງຕົ້ນ

  • 1,000,000.00 ກີບ
  • 100.00 ໂດລາ
  • 4,000.00 ບາດ

 

ອັດຕາດອກເບ້ຍເງິນຝາກ

ປະເພດສະກຸນເງິນ ອັດຕາດອກເບ້ຍ
ກີບລາວ 1.89% ຕໍ່ປີ
ໂດລາສະຫະລັດ 1.50% ຕໍ່ປີ
ບາດໄທ 1.00% ຕໍ່ປີ

ດອກເບ້ຍເງິນຝາກປະຢັດຈະຖືກໂອນເຂົ້າບັນຊີທຸກໆວັນທີສຸດທ້າຍຂອງເດືອນ

ເງື່ອນໄຂຜູ້ມີສິດເປີດບັນຊີ

  • ອາຍຸ 18 ປີຂື້ນໄປ
  • ບັນຊີບຸກຄົນ
  • ບັນຊີຮ່ວມ
  • ບັນຊີສະມາຄົມ, ສະໂມສອນ
  • ບັນຊີບໍລິສັດ (ອີງຕາມການອະນຸມັດ ແລະ ຍອມຮັບ)
  • ບັນຊີບຸກຄົນຕ່າງປະເທດ
  • ບັນຊີບໍລິສັດຕ່າງປະເທດ ( ອີງຕາມການອະນຸມັດ ແລະ ຍອມຮັບ)


ເອກະສານການເປີດບັນຊີ


ບັນຊີບຸກຄົນ/ຮ່ວມ

  • ບັດປະຈຳຕົວ / ປື້ມສຳມະໂນຄົວ

ບັນຊີສະມາຄົມ, ສະໂມສອນ ຫລື ສະມາຄົມ

  • ບັດປະຈຳຕົວຂອງຜູ້ມີລາຍເຊັນເຄືອນໄຫວບັນຊີ
  • ສຳເນົາໃບອະນຸຍາດການສ້າງຕັ້ງ
  • ສຳເນົາໃບຢັ້ງຢືນມະຕິຕົກລົງ / ບົດບັນທຶກການອະນຸມັດຈາກກອງປະຊຸມ ຂອງຄະນະກຳມະການ

ບັນຊີບຸກຄົນຕ່າງປະເທດ

  • ໜັງສືຜ່ານແດນ / ບັດປະຈຳຕົວຂອງແທ້
  • ໃບອະນຸຍາດການເຮັດວຽກ
  • ບັດນັກສຶກສາ ແລະ ໜັງສືຢັ້ງຢືນຈາກມະຫາວິທະຍາໄລ ຫລື ສະຖາບັນ
  • ປື້ມສຳມະໂນຄົວ ຫລື ໃບຢັ້ງຢືນການແຕ່ງງານ, ຖ້າຫາກຜູ້ຮ້ອງຂໍໄດ້ແຕ່ງງານກັບຄົນລາວ

ບັນຊີບໍລິສັດຕ່າງປະເທດ

  • ໜັງສືຜ່ານແດນ / ບັດປະຈຳຕົວຂອງແທ້
  • ໃບທະບຽນວິສະຫະກິດ
  • ມະຕິຕົກລົງຂອງບໍລິສັດ
  • ຂໍ້ກຳນົດ ແລະ ເງື່ອນໄຂຂໍເປີດບໍລິສັດ (ຖ້າມີ)

ເງື່ອນໄຂການປິດບັນຊີ

ລຳດັບ

ຄ່າບໍລິການ

ຈຳນວນ

ໂດລາ

ກີບ

ບາດ

1

ຄ່າທຳນຽມປິດບັນຊີ (ພາຍໃນ 3 ເດືອນ, ນັບຕັ້ງແຕ່ມື້ເປີດບັນຊີໃໝ່)

5

100,000

200

2

ຄ່າທຳນຽມອອກປື້ມບັນຊີໃໝ່ (ປື້ມເສຍ)

5

100,000

200


ຄ່າທຳນຽມ ການໃຫ້ບໍລິການຈ່າຍເງິນເດືອນ

ລຳດັບ

ຄ່າບໍລິການ

ຈຳນວນ

ໂດລາ

ກີບ

ບາດ

1

ຄ່າ​ທຳ​ນຽມ​ ການ​ໃຫ້​ບໍ​ລິ​ການ​ຈ່າຍ​ເງິນ​ເດືອນ (ຕໍ່​ບັນ​ຊີ)

0,5

4,000

20

ຂໍ້ກຳນົດ ແລະ ເງື່ອນໄຂ ການຄຸ້ມຄອງບັນຊີ ເງິນຝາກປະຢັດ
ສະບັບພາສາອັງກິດ, ກະລຸນາກົດໃສ່ບ່ອນນີ້
ສະບັບພາສາລາວ, ກະລຸນາກົດໃສ່ບ່ອນນີ້

 

ເງິນຝາກຂອງທ່ານໄດ້ຮັບການປົກປ້ອງ ຈາກ ສຳນັກງານປົກປ້ອງເງິນຝາກ ຕາມລະບຽບການ.