ບັນຊີກະແສລາຍວັນຈະຊ່ວຍໃຫ້ທ່ານຈັດການເລື່ອງການເງິນຂອງທ່ານໄດ້ສະດວກສະບາຍຂື້ນດ້ວຍການນຳໃຊ້ປື້ມແຊັກ, ມີຄວາມປອດໄພສູງ ແລະ ສະດວກສະບາຍກ່ວາການຖືເງິນສົດກ້ອນໃຫຍ່.

ສະກຸນເງິນທີ່ສາມາດເປີດໄດ້:
ກີບ, ໂດລາສະຫະລັດ ແລະ ບາດ

ວົງເງິນຝາກເບື້ອງຕົ້ນ

  • 2,500,000.00ກີບ
  • 250.00ໂດລາ
  • 10,000.00ບາດ

ເງື່ອນໄຂຜູ້ມີສິດເປີດບັນຊີ

  • ອາຍຸ 18 ປີຂື້ນໄປ
  • ບັນຊີບຸກຄົນ
  • ບັນຊີຮ່ວມ
  • ບັນຊີບໍລິສັດຈຳກັດຜູ້ດຽວ
  • ບັນຊີບໍລິສັດຮຸ້ນສ່ວນ
  • ບັນຊີບໍລິສັດ
  • ບັນຊີສະມາຄົມ, ສະໂມສອນ ຫລື ສະມາຄົມ (ທີ່ບໍ່ຂື້ນກັບລັດຖະບານ)
  • ບັນຊີບຸກຄົນຕ່າງປະເທດ / ບໍລິສັດຕ່າງປະເທດ

ຄ່າທຳນຽມ ແລະ ຄ່າບໍລິການ

ຄ່າບຳລຸງຮັກສາບັນຊີປະຈຳ 6 ເດືອນ

ໝາຍເຫດ: ວົງເງິນກູ້ຢືມແບບຖອນເກີນບັນຊີ OD ຈະໄດ້ຮັບການ ຍົກເວັ້ນຄ່າບຳລຸງຮັກສາບັນຊີປະຈຳ 6 ເດືອນ

5ໂດລາ / 200ບາດ / 55,000ກີບ

ຄ່າທຳ​ນຽມ​ສັ່ງຊື້ປື້ມແຊັກ ບັນຊີກະແສລາຍວັນ

3ໂດລາ / 135ບາດ / 60,000ກີບ

ຄ່າທຳນຽມ ກໍລະນີແຊັກຖືກຕີກັບ ຫລື ຍອດເຫລືອເງິນໃນບັນຊີບໍພຽງພໍ

50ໂດລາ / 2,000 ບາດ / 1,000,000 ກີບ​.          (ຕໍ່ໃບແຊັກ)

ຄ່າແຈ້ງງົດ ແລະ ລົບລ້າງແຊັກ

5ໂດລາ / 200 ບາດ / 100,000 ກີບ​.  (ຕໍ່ໃບແຊັກ)

ຄ່າທຳນຽມປິດບັນຊີ

5ໂດລາ / 200 ບາດ / 100,000 ກີບ​.

ຄ່າທຳນຽມ ການໃຫ້ບໍລິການຈ່າຍເງິນເດືອນ (ຕໍ່ບັນຊີ)

0.5 ໂດ​ລາ / 20 ບາດ / 4,000 ກີບ.

ພິມບັນຊີສຳຮອງປະຈຳເດືອນ

ຟຣີ

ພິມບັນຊີສຳຮອງປະຈຳເດືອນ (ຍ້ອນຫລັງ)

ຕໍ່​ຄັ້ງ

​ຕໍ່ 1 ໃບ

1.25 ​ໂດ​ລາ
40 ບາດ
10,000 ກີບ

0.50 ໂດ​ລາ
15 ບ​າດ
4,000 ກີບ


ເອກະສານການເປີດບັນຊີ

ບັນຊີບຸກຄົນ/ບັນຊີຮ່ວມ

  • ບັດປະຈຳຕົວ / ປຶ້ມສຳມະໂນຄົວ

ບັນຊີເຈົ້າຂອງທຸລະກິດ / ບັນຊີບໍລິສັດຮຸ້ນສ່ວນ / ບັນຊີບໍລິສັດ

  • ບັດປະຈຳຕົວເຈົ້າຂອງບໍລິສັດ
  • ສຳເນົາໃບທະບຽນວິສາຫະກິດ
  • ສຳເນົາໃບທະບຽນອາກອນ

ບັນຊີສະມາຄົມ ຫຼື ສະໂມສອນ (ທີ່ບໍ່ຂື້ນກັບລັດຖະບານ)

  • ບັດປະຈຳຕົວຂອງຜູ້ມີລາຍເຊັນເຄື່ອນໄຫວບັນຊີ
  • ສຳເນົາໃບອະນຸຍາດການສ້າງຕັ້ງ
  • ສຳເນົາໃບຢັ້ງຢືນມະຕິຕົກລົງ / ບົດບັນທຶກການອານຸມັດຈາກກອງປະຊຸມ ຂອງຄະນະກຳມະການ

ບັນຊີບຸກຄົນຕ່າງປະເທດ

  • ໜັງສືຜ່ານແດນ / ບັດປະຈຳຕົວ
  • ໃບອະນຸຍາດການເຮັດວຽກ
  • ປື້ມສຳມະໂນຄົວ ຫລື ໃບຢັ້ງຢືນການແຕ່ງງານ, ຖ້າຫາກຜູ້ຮ້ອງຂໍໄດ້ແຕ່ງງານກັບຄົນລາວ

ບັນຊີບໍລິສັດຕ່າງປະເທດ

  • ໜັງສືຜ່ານແດນ / ບັດປະຈຳຕົວ
  • ໃບທະບຽນວິສະຫະກິດ
  • ມະຕິຕົກລົງຂອງບໍລິສັດ
  • ຂໍ້ກຳນົດ ແລະ ເງື່ອນໄຂຂໍເປີດບໍລິສັດ (ຖ້າມີ)

 

ຂໍ້ກຳນົດ ແລະ ເງື່ອນໄຂ ການຄຸ້ມຄອງບັນຊີ ເງິນຝາກກະແສລາຍວັນ
ສະບັບພາສາອັງກິດ, ກະລຸນາກົດໃສ່ບ່ອນນີ້
ສະບັບພາສາລາວ, ກະລຸນາກົດໃສ່ບ່ອນນີ້

 

ເງິນຝາກຂອງທ່ານໄດ້ຮັບການປົກປ້ອງ ຈາກ ສຳນັກງານປົກປ້ອງເງິນຝາກ ຕາມລະບຽບການ.