ພາບລວມ

ເລກບັນຊີທີ່ມີຢູ່ແລ້ວຂອງພວກເຮົາຈະຖືກປ່ຽນແປ່ງບໍ່?

ເພື່ອຄວາມສະດວກຂອງລູກຄ້າ ໝາຍເລກບັນຊີຂອງລູກຄ້າທີ່ມີຢູ່ແລ້ວ ລວມທັງ ບັນຊີເງິນຝາກກະແສລາຍວັນ, ບັນຊີເງິນຝາກມີກຳນົດ, ບັນຊີເງິນກູ້ ແລະ ບັນຊີອື່ນໆ. ຍັງສາມາດນຳໃຊ້ໄດ້ປົກກະຕິ ແລະ ບໍ່ມີການປ່ຽນແປງ.

ໃນຖານະລູກຄ້າຂອງ ທະນາຄານພາບລິກ, ພວກເຮົາຈຳເປັນຕ້ອງປ່ຽນບັດ ATM ຂອງທະນາຄານພາບລິກ ມາເປັນບັດ ATM ໃໝ່ຂອງ ທະນາຄານພາບລິກ ລາວ ຈຳກັດ ບໍ່?

ບັດ ATM ຂອງທະນາຄານພາບລິກ ທີ່ມີຢູ່ແລ້ວ ຍັງຄົງສາມາດສືບຕໍ່ນຳໃຊ້ໄດ້ ກັບຕູ້ ATM ຂອງເຮົາ ແລະ ລວມທັງທະນາຄານອື່ນ.

ໄດ້ມີການປ່ຽນແປງຂອງການບໍລິການ e-Banking ບໍ່? ລິ້ງຂອງເວັບໄຊທ໌ມີການປ່ຽນແປງບໍ່? ຖ້າມີການປ່ຽນແປງ, ລິ້ງໂຕໃໝ່ແມ່ນຫຍັງ?

ການບໍລິການ e-Banking ແມ່ນບໍ່ມີການປ່ຽນແປງ ຍັງສືບຕໍ່ນຳໃຊ້ໄດ້ປົກກະຕິ ຜ່ານທາງເວັບໄຊ໌ທາງການຂອງທະນາຄານ: www2.publicbank.com/LAOS ແລະ ຂັ້ນຕອນຜ່ານເຂົ້າສູ່ລະບົບ ແມ່ນຍັງຄົງໄວ້ຢູ່ພາຍໃຕ້ ທະນາຄານພາບລິກ ລາວ.

ປຶ້ມແຊັກ ຂອງທະນາຄານພາບລິກ ທີ່ມີຢູ່ແລ້ວຈະຍັງສາມາດນຳໃຊ້ພາຍໃຕ້ ທະນາຄານພາບລິກ ລາວ ໄດ້ບໍ່? ທະນາຄານຈະຮຽກເກັບຄືນ / ປ່ຽນແທນປຶ້ມແຊັກບໍ່? ຖ້າໄດ້ປ່ຽນ, ແມ່ນເມື່ອໃດ ແລະ ຈະມີຂັ້ນຕອນແນວໃດ?

ແຊັກທັງໝົດ ທີ່ອອກພາຍໃຕ້ຊື່ຂອງ ທະນາຄານພາບລິກ ແມ່ນຍັງຄົງສືບຕໍ່ນຳໃຊ້ໄດ້ ຈົນກວ່າຈະມີແຈ້ງການເພີ່ມຕື່ມພາຍຫຼັງ. ລູກຄ້າ ສາມາດນຳປຶ້ມແຊັກ ທີ່ອອກໃນນາມ ທະນາຄານພາບລິກ ເຫຼັ້ມທີ່ບໍ່ທັນໄດ້ນຳໃຊ້ ມາປ່ຽນປຶ້ມແເຊັກຫົວໃໝ່ ພາຍໃຕ້ຊື່ ທະນາຄານພາບລິກ ລາວ ໂດຍບໍ່ເສຍຄ່າທຳນຽມ ຈົນເຖີງວັນທີ 30 ມິຖຸນາ 2024.
* ອີງຕາມຂໍ້ກຳນົດ ແລະ ເງື່ອນໄຂ.

ສຳຫຼັບລູກຄ້າທ່ານໃດທີ່ມີບັນຊີເງິນຝາກມີກຳນົດ / ໃບຢັ້ງຢືນເງິນຝາກ ແລະ ປຶ້ມບັນຊີເງິນຝາກປະຢັດ ນຳທະນາຄານພາບລິກ, ລູກຄ້າຈະຕ້ອງໄດ້ປ່ຽນ ຫຼື ສາມາດເກັບຮັກສາໄວ້ຈົນກວ່າຈະໝົດອາຍຸບໍ?

ບັນຊີເງິນຝາກມີກຳນົດ / ໃບຢັ້ງຢືນເງິນຝາກ ແລະ ປຶ້ມບັນຊີເງິນຝາກປະຢັດ ທີ່ມີນຳທາງທະນາຄານພາບລິກ ແມ່ນຍັງສາມາດສືບຕໍ່ນຳໃຊ້ພາຍໃຕ້ ທະນາຄານພາບລິກ ລາວ.

ສຳລັບການຕໍ່ອາຍຸບັນຊີ, ການອອກໃບຢັ້ງຢືນເງິນຝາກມີກຳນົດໃບໃໝ່ພາຍໃຕ້ ທະນາຄານພາບລິກ ລາວ ແມ່ນຈະອອກໃຫ້ເມື່ອລູກຄ້າໄດ້ນຳເອົາໃບຢັ້ງຢືນເງິນຝາກທີ່ຄົບກຳນົດແລ້ວ ມາປ່ຽນໂດຍອີງຕາມສາຂາທີ່ຖືບັນຊີ.

ກ່ຽວກັບການເຮັດທຸລະກຳການໂອນເງິນເດ? ມີການປ່ຽນແປງລະຫັດ SWIFT ຂອງທະນາຄານບໍ່?

ລະຫັດ SWIFT ຂອງທະນາຄານແມ່ນບໍ່ມີການປ່ຽນແປງ ຍັງຄົງນຳໃຊ້ພາຍໃຕ້ ທະນາຄານພາບລິກ ລາວ. ມີພຽງຊື່ຂອງທະນາຄານເທົ່ານັ້ນທີ່ຈະປ່ຽນເປັນ ທະນາຄານພາບລິກ ລາວ ຈຳກັດ ເພື່ອໃຫ້ສອດຄ່ອງກັບໂສມໜ້າໃໝ່ຂອງພວກເຮົາ.

ດັ່ງນັ້ນ, ເງິນທີ່ໂອນເຂົ້າມາພາຍໃຕ້ຊື່ ທະນາຄານພາບລິກ ເບີຮາດ ໂດຍນຳໃຊ້ລະຫັດ SWIFT ແມ່ນຈະຍັງຄົງນຳໃຊ້ໄດ້.

ລູກຄ້າສິນເຊື່ອຂອງ ທະນາຄານພາບລິກ, ພວກເຮົາຕ້ອງໄດ້ເຊັນສັນຍາສິນເຊື່ອ/ສັນຍາກູ້ຢືມສະບັບໃໝ່ກັບທາງ ທະນາຄານພາບລິກ ລາວ ຈຳກັດຫຼືບໍ່?

ສິດ/ພັນທະ ທັງໝົດຂອງທະນາຄານພາບລິກ ແມ່ນຈະຖືກປະຕິບັດ ແລະ ໂອນຍ້າຍມາໃນນາມ ທະນາຄານພາບລິກ ລາວ ຈຳກັດ ພາຍໃຕ້ກົດໝາຍຄຸ້ມຄອງຂອງ ສປປ ລາວ ເມື່ອມີການປັບປຸງໂຄງສ້າງການເຄື່ອນໄຫວທຸລະກິດ. ສັນຍາສິນເຊື່ອ/ສັນຍາກູ້ຢືມເກົ່າ ທີ່ໄດ້ລົງນາມໄວ້ລະຫວ່າງ ທະນາຄານພາບລິກ ກັບລູກຄ້າສິນເຊື່ອ ຈະຍັງຄົງມີຜົນສັກສິດຄືເກົ່າ.

ດັ່ງນັ້ນ, ລູກຄ້າສິນເຊື່ອ ຈຶ່ງບໍ່ຈຳເປັນລົງນາມຄືນໃໝ່.

ໃນຖານະລູກຄ້າ ໃນລະຫວ່າງເວລານີ້ ມີສິ່ງໃດທີ່ຂ້ອຍຕ້ອງເຮັດຫຼືບໍ່?

ລູກຄ້າບໍ່ຈຳເປັນຕ້ອງດຳເນີນການໃດໆ ເພື່ອສືບຕໍ່ການບໍລິການ ກັບທະນາຄານພາບລິກ ລາວ. ການປັບປຸງໂຄງສ້າງການເຄື່ອນໄຫວທຸລະກິດຈາກ ທະນາຄານພາບລິກ ເບີຮາດ ມາເປັນ ທະນາຄານພາບລິກ ລາວ ແມ່ນດຳເນີນໄປໂດຍບໍ່ມີຜົນກະທົບໃດໆຕໍ່ການບໍລິການ.

ຂ້ອຍຈະຮູ້ຂໍ້ມູນໄດ້ແນວໃດ ໃນລະຫວ່າງຂະບວນການປັບປຸງໂຄງສ້າງ?

ທະນາຄານພາບລິກ ລາວ ຈຳກັດ ຈະແຈ້ງຂໍ້ມູນໃຫ້ຊາບ ໂດຍຜ່ານຫຼາຍຊ່ອງທາງ, ລວມທັງການປະກາດຢ່າງເປັນທາງການ ແລະ ຜ່ານທາງເວັບໄຊທ໌ ຂອງທະນາຄານ.