ລະຫັດປະຈຳຕົວຜູ້ໃຊ້ ແລະ ເລກລະຫັດຜ່ານ
ທ່ານຄວນປະຕິບັດຕາມຂັ້ນຕອນລຸ່ມນີ້ເພື່ອຮັກສາລະຫັດຜ່ານຂອງທ່ານໃຫ້ມີຄວາມປອດໄພຕະຫຼອດ ເວລາ:
- ຈື່ເລກລະຫັດຜ່ານຂອງທ່ານ. ເພື່ອຄວາມປອດໄພທ່ານບໍ່ຄວນຂຽນໄວ້
- ບໍ່ເປີດເຜີຍ PIN ແລະ ເລກລະຫັດຜ່ານຂອງທ່ານໃຫ້ບຸກຄົນອື່ນຮູ້ໂດຍເດັດຂາດ
- ຈົ່ງແນ່ໃຈວ່າບໍ່ມີໃຜຊ່ອງເບິ່ງເມື່ອເວລາທ່ານກໍາລັງໃສ່ເລກລະຫັດ.
- ຈົ່ງແນ່ໃຈວ່າເຄື່ອງຄອມພິວເຕີຂອງທ່ານມີຄວາມປອດໄພດີແລ້ວ
- ຈື່ໄວ້ສະເໝີວ່າຄວນອອກຈາກລະບົບໃຫ້ຮຽບຮ້ອຍທຸກຄັ້ງຫຼັງຈາກການເຮັດທຸລະກໍາການເງິນ
- ກະລຸນາຫຼີ້ກລ້ຽງການເຂົ້າລະບົບ PBe ໂດຍນໍາໃຊ້ຄອມພິວເຕີສາທາລະນະຕົວຢ່າງ: ຄອມພິວເຕີຂອໂຮງແຮມ ຫຼຶ ຮ້ານອາຫານ. ຖ້າຈໍາເປັນຕ້ອງໄດ້ໃຊ້, ທຸກໆການເຮັດທຸລະກຳຢ່າລືມລົບລ້າງຊ່ອງເກັບຂໍ້ມູນຂອງຄອມພິວເຕີ. ໃຫ້ປ່ຽນເລກລະຫັດຜ່ານໄວເທົ່າທີ່ຈະໄວໄດ້ເມື່ອທ່ານນຳໃຊ້ຄອມພິວເຕີທີ່ປອດໄພ.
- ຫຼີ້ກລ້ຽງການເກັບຮັກສາເລກລະຫັດຜ່ານຂອງທ່ານໄວ້ໃນອິນເຕີເນັດບຣາວເຊີ. ເພື່ອປ້ອງກັນບໍ່ໃຫ້ບລາວເຊີຂອງທ່ານບັນທຶກລະຫັດໄວ້, ທ່ານຄວນປິດທີ່ຄຳສັ່ງ “AutoComplete”.
ທ່ານສາມາດປ່ຽນລະຫັດປະຈຳຕົວຜູ້ໃຊ້ຂອງທ່ານໄດ້ໃນຄັ້ງທໍາອິດທີ່ທ່ານຜ່ານເຂົ້າສູ່ລະບົບເທົ່ານັ້ນ.
ເມື່ອທ່ານເຂົ້າສູ່ລະລະບົບ PBe, ພຽງແຕ່ກົດໃສ່ “ການດັດແກ້ປ່ຽນແປງຂໍ້ມູນ” ຕາມດ້ວຍ “ການຈັດການຂໍ້ມູນ”. ແລ້ວເລືອກ “ປ່ຽນເລກລະຫັດຜ່ານ”
ແມ່ນແລ້ວ, ລະບົບການທະນາຄານທາງອິນເຕີເນັດຂອງພວກເຮົາ ຈະຕ້ອງໃສ່ຕົວອັກສອນພິມໃຫຍ່ ແລະ ຕົວພິມນ້ອຍທີ່ມີຄຸນລັກສະນະແຕກຕ່າງກັນໄປ. ສະນັ້ນ, ໝາຍຄວາມວ່າ ຖ້າຫາກທ່ານລົງທະບຽນເລກລະຫັດຂອງທ່ານດ້ວຍ “passWORD”, ທ່ານຕ້ອງຜ່ານເຂົ້າສູ່ລະບົບ ໂດຍນຳໃຊ້ “passWORD”, ບໍ່ແມ່ນ “password” ຫຼື “PASSWORD”
ບໍ່, ລະຫັດປະຈຳຕົວຜູ້ໃຊ້ຂອງທ່ານແມ່ນບໍ່ມີຄຸນລັກສະນະສະເພາະ.
ເລກລະຫັດຜ່ານທີ່ມີຄວາມປອດໄພສູງນັ້ນຕ້ອງປະກອບດ້ວຍຕົວເລກ, ຕົວອັກສອນ ແລະ ຕົວອັກສອນພິເສດ. ຄວນປະສົມທັງຕົວພິມນ້ອຍ ແລະ ຕົວພິມໃຫຍ່ ຕົວຢ່າງ: A@j6q4Le31
ກະລຸນາຕິດຕໍ່ຫາສູນຊ່ວຍເຫຼືອລູກຄ້າຂອງພວກເຮົາໄດ້ທີ່ເບີ: +(856)21 262 188 ເພື່ອໃຫ້ຄວາມຊ່ວຍເຫຼືອ.