ປັນຫາໃນການຜ່ານເຂົ້າສູ່ລະບົບ
ຂ້ອຍຄວນເປີດນໍາໃຊ້ Cookies ໃນບຣາວເຊີຂອງຂ້ອຍເມື່ອເວລາເຂົ້ານໍາໃຊ້ PBe ບໍ່?
ໂດຍທົ່ວໄປແລ້ວ, ພວກເຮົາຈະແນະນໍາໃຫ້ລູກຄ້າເປີດນໍາໃຊ້ First party Cookies.
ການເປີດນໍາໃຊ້ Cookies ໃນ Internet Explorer 7:
- ລືອກ “Tools” (ທີ່ຢູ່ຂ້າງເທິງຂອງໜ້າຕ່າງບຣາວເຊີ)
- ເລືອກ “Internet Options”
- ເລືອກ “Privacy”
- ກົດ “Advance” ພາຍໃຕ້ຫົວຂໍ້ “Setting”
- ຕິກໃສ່ຫ້ອງ “Override automatic cookies handling”
- ໃຫ້ແນ່ໃຈວ່າຫ້ອງ “Accept” ຢູ່ພາຍໃຕ້ “First-party Cookies” ແມ່ນຕິກໃສ່ແລ້ວ
- ແນ່ໃຈວ່າຫ້ອງ “Block” ຢູ່ພາຍໃຕ້ “Third-party Cookies” ແມ່ນຕິກໃສ່ແລ້ວ
- ຕິກໃສ່ຫ້ອງ “Always allow session cookies”
- ກົດ “Ok” (ທີ່ຢູ່ຂ້າງລຸ່ມຂອງໜ້າຕ່າງ “Advance Privacy Setting”)
- ກົດ “Ok” (ທີ່ຢູ່ຂ້າງລຸ່ມຂອງເພຈ “Internet Options”)
ການເປີດໃຊ້ Cookies ໃນ Ipad & Iphone
- ກົດເຂົ້າ “Setting”
- ເລື່ອນລົງ ແລະ ເລືອກ “Safari”
- ພາຍໃຕ້ Accept Cookies Option, ເລືອກ “From Visited” ຫຼື “Always”
- ທຳການປິດ ແລະ ເປີດ Ipad / Iphone ຂອງທ່ານຄືນໃໝ່
ຂ້ອຍໄດ້ວາງເພຈເຂົ້າສູ່ລະບົບ PBe ລົງໃນກ່ອງຂໍ້ມູນ bookmarks / favourites. ຕອນນີ້ຂ້ອຍພົບປັນຫາໃນການເຂົ້າສູ່ລະບົບຜ່ານເວັບເພຈ bookmarked. ຂ້ອຍຄວນຈະເຮັດແນວໃດ?
ຫຼີກລ້ຽງການຜ່ານເຂົ້າລະບົບ, ພວກເຮົາແນະນຳລູກຄ້າໃຫ້ bookmark ເພຈໜ້າຫຼັກຂອງພວກເຮົາພຽງແຕ່: www.publicbank.com.la ເທົ່ານັ້ນ.
ບຣາວເຊີທີ່ດີທີ່ສຸດໃນການຜ່ານເຂົ້າສູ່ລະບົບ PBe ແມ່ນຫຍັງ?
ເພື່ອເພີ່ມປະສົບການຂອງຜູ້ໃຊ້, ພວກເຮົາແນະນຳລູກຄ້າໃຫ້ນຳໃຊ້ບຣາວເຊີດັ່ງລຸ່ມນີ້:
ສໍາລັບຜູ້ໃຊ້ໜ້າຕ່າງ:
- Internet Explorer 8 ຫຼື ສູງກວ່າ
- Opera 8.5 ຫຼື ສູງກວ່າ
- Chrome 29.0
ສໍາລັບຜູ້ໃຊ້ Mac:
- Netscape Navigator 7.02 ຫຼື ສູງກວ່າ
- Safari 1.2 ຫຼື ສູງກວ່າ
- Opera 8.5 ຫຼື ສູງກວ່າ
- Mozilla Firefox 23.0