ບັນຫາທົ່ວໄປ

ຂ້ອຍມີບັນຫາໃນການເຂົ້າເບິ່ງເວັບໄຊ໌ທ PBe ໃໝ່

ຖ້າທ່ານມີບັນຫາໃນການເຂົ້າເບິ່ງເວັບໄຊ໌ທ PBe ໃໝ່, ອາດຈະເປັນເນື່ອງມາຈາກບຣາວເຊີຂອງທ່ານ. ຖ້າທ່ານໃຊ້ Internet Explorer 8 ໃຫ້ປິດໂໝດ compatibility ໂດຍເຮັດຕາມຂັ້ນຕອນດັ່ງນີ້:
1.    ໃນ Internet Explorer 8, ກົດ F12. ຈະມີໜ້າຕ່າງໃໝ່ປະກົດຂຶ້ນ.
2.    ເລືອກ Browser Mode IE8.
3.    ປິດໜ້າຕ່າງ, ແລ້ວລອງໃໝ່.
________________________________________
ຖ້າທ່ານໃຊ້ Google Chrome ແລ້ວບໍ່ມີຫຍັງເກີດຂຶ້ນ ເມື່ອຄລິກ Login ໃຫ້ເປີດໃຊ້ JavaScript ໂດຍເຮັດຕາມຂັ້ນຕອນດັ່ງນີ້:
1.    ຄລິກໄອຄອນ 3 ເສັ້ນທາງຂວາຂອງແຖບ URL ເພື່ອເປີດເມນູ
2.    ຄລິກໃສ່ການຕັ້ງຄ່າ (Setting)
3.    ຄລິກ ສະແດງການຕັ້ງຄ່າຂັ້ນສູງ (Show Advance Setting)
4.    ພາຍໃຕ້ Privacy ຄຣິກການຕັ້ງຄ່າເນື້ອຫາ (Content Settings)
5.    ຄລິກເລືອກ “Allow all sites to run JavaScript (recommended)”
6.    ຄລິກ Done (ສຳເລັດ)
________________________________________
ກວດເບິ່ງການຊູມເຂົ້າ ຫຼື ຊູມອອກ ໃນບຣາວເຊີຂອງທ່ານ:
•    ກົດ “Ctrl” ແລ້ວກົດ “+” ເພື່ອຊູມເຂົ້າ ຫຼື “-” ເພື່ອຊູມອອກ. 
•    ຫຼື ກົດ “Ctrl” ເທິງແປ້ນພິມແລ້ວເລື່ອນລໍ້ເມົ້າເພື່ອຊູມເຂົ້າ ຫຼື ຊູມອອກ

ສຳລັບອຸປະກອນມືຖື ໄອຄອນແຕ່ລະອັນມີໜ້າທີ່ດັ່ງນີ້:
ໄອຄອນ ຟັງຊັ່ນ
Login ເຂົ້າລະບົບເພື່ອເຂົ້າເຖິງບັນຊີຂອງທ່ານ
Logout ອອກຈາກລະບົບບັນຊີຂອງທ່ານ
Contact ຕິດຕໍ່ທະນາຄານ
About us ຮຽນຮູ້ເພີ່ມຕື່ມກ່ຽວກັບ ທະນາຄານພາບລິກ ລາວ