ການໂອນເງິນ

"ໂອນຫາບັນຊີຕົນເອງ" ແມ່ນຫຍັງ?

“ໂອນຫາບັນຊີຕົນເອງ” ໝາຍເຖິງການໂອນເງິນໄປຫາບັນຊີສ່ວນຕົວຂອງທ່ານ ທີ່ໄດ້ເຊື່ອມຕໍ່ເຂົ້າກັບຂໍ້ມູນ PBe ຂອງທ່ານ.

"ໂອນຫາບັນຊີບຸກຄົນອື່ນ" ແມ່ນຫຍັງ?

"ໂອນຫາບັນຊີບຸກຄົນອື່ນ" ໝາຍເຖິງການໂອນເງິນໄປຫາບັນຊີຂອງບຸກຄົນອື່ນ, ບັນຊີພາຍໃນທະນາຄານພາບລິກ.

"ບັນຊີໂອນປະຈຳ" ແມ່ນຫຍັງ ແລະ ມັນຕ່າງຈາກ "ໂອນຫາບັນຊີບຸກຄົນອື່ນ" ແນວໃດ?

ຄຸນລັກສະນະຂອງ "ບັນຊີໂອນປະຈຳ" ແມ່ນລະບົບຈະອະນຸຍາດໃຫ້ທ່ານເກັບຮັກສາບັນຊີທີ່ທ່ານໂອນຫາເປັນປະຈຳໄດ້ ເຊິ່ງທ່ານສາມາດຕັ້ງຊື່ໃໝ່ໃຫ້ບັນຊີເຫຼົ່ານີ້ໄດ້ຕາມຄວາມມັກຂອງທ່ານ ແລ້ວລະບົບຈະບັນທຶກຂໍ້ມູນນີ້ ໄວ້, ເລກບັນຊີລວມທັງຊື່ໃໝ່ຈະຖືກບັນທຶກໄວ້ໃນປະຫວັດຂໍ້ມູນຂອງທ່ານ.

ເຊິ່ງຕ່າງຈາກ "ໂອນຫາບັນຊີບຸກຄົນອື່ນ" ຄືບໍ່ຈໍາເປັນທີ່ຈະປ້ອນຂໍ້ມູນຂອງບັນຊີທີ່ທ່ານໂອນຫາເປັນປະຈຳກ່ອນການເຮັດທຸລະກຳໃນແຕ່ລະຄັ້ງ. ພຽງແຕ່ເລືອກເອົາບັນຊີໃນລາຍຊື່ທີ່ທ່ານໂອນຫາປະຈຳເທົ່ານັ້ນກໍສາມາດເຮັດທຸ ລະກຳໄດ້ເລີຍ.

 

ວົງເງິນໃນການໂອນຕໍ່ວັນເທົ່າໃດ?
ການໂອນເງິນ ສຳລັບບຸກຄົນ (ບຸກຄົນ/ຮ່ວມ/ເຈົ້າຂອງຜູ້ດຽວ) PBe ສຳລັບນິຕິບຸກຄົນ
ໂອນຫາບັນຊີຕົນເອງ (ສະກຸນເງິນດຽວກັນ) 10,000.00 ໂດລາ ຫຼື ທຽບເທົ່າ 10,000.00 ໂດລາ ຫຼື ທຽບເທົ່າ (ພ້ອມ SecureSign)
ໂອນຫາບັນຊີບຸກຄົນທີ່ສາມ (ສະກຸນເງິນດຽວກັນ) 1,000.00 ໂດລາ ຫຼື ທຽບເທົ່າ (ພ້ອມ PAC) 3,000.00 ໂດລາ ຫຼື ທຽບເທົ່າ (ພ້ອມ SecureSign)

ໝາຍເຫດ:
ວົງເງິນໃນການໂອນສາມາດປ່ຽນແປງ (ຫຼຸດວົງເງິນເທົ່ານັ້ນ) ທາງອອນລາຍໄດ້ທີ່ ການດັດແກ້ປ່ຽນແປງຂໍ້ມູນ/ປ່ຽນວົງເງິນໃນການໂອນ ປະຈຳວັນ.
# ວົງເງິນໃນການໂອນປະຈໍາວັນສາມາດເພີ່ມໄດ້ສູງສຸດ 1,000.00ໂດລາ ສໍາລັບບຸກຄົນ ແລະ 3,000.00 ໂດລາ ສໍາລັບນິຕິບຸກຄົນຂອງທຸກສາຂາທະນາຄານພາບລິກໃນລາວ.

ຂ້ອຍຕ້ອງເຮັດແນວໃດໃນການໂອນເງິນຫາບັນຊີບຸກຄົນອື່ນພາຍໃນ ທະນາຄານພາບລິກ ລາວ ຈຳກັດ?

ກະລຸນາປະຕິບັດຕາມຂັ້ນຕອນດັ່ງລຸ່ມນີ້:

  1. ກົດໃສ່ການໂອນເງິນ
  2. ກົດໃສ່ບັນຊີພາຍໃນທະນາຄານພາບລິກ
  3. ກົດໃສ່ໂອນຫາບັນຊີບຸກຄົນອື່ນ ຫຼື ໂອນຫາບັນຊີທີ່ໄດ້ລົງທະບຽນໄວ້
  4. ເລືອກໂອນຈາກບັນຊີ
  5. ໃສ່ໝາຍເລກບັນຊີຜູ້ຮັບ
  6. ໃສ່ຈຳນວນເງິນ (ໂດລາ/ກີບ/ບາດ) ແລະ ກົດຖັດໄປ
  7. ກົດໃສ່ປຸ່ມ “ຂໍ PAC ເລີຍ”
  8. ໃສ່ລະຫັດ PAC
  9. ກວດເບິ່ງຄວາມຖືກຕ້ອງແລ້ວກົດຢືນຢັນ.