ກ່ຽວກັບ PBe

PBe ແມ່ນຫຍັງ?

PBe ແມ່ນເວບໄຊທ໌ ການບໍລິການດ້ານການທະນາຄານອອນລາຍຂອງທະນາຄານພາບລິກ. ເຊິ່ງໃຫ້ຄວາມສະດວກສະບາຍ ດ້ານການບໍລິການທາງການເງິນອອນລາຍ, ການຊໍາລະຄ່າບໍລິການຕ່າງໆ ແລະ ບໍລິການໃຫ້ຂໍ້ມູນຕ່າງໆທາງອອນລາຍ.

ຂ້ອຍສາມາດດໍາເນີນທຸລະກໍາການທະນາຄານອອນລາຍໃນວັນພັກໄດ້ບໍ?

ບໍລິການ PBe ແມ່ນໃຫ້ບໍລິການເພື່ອໃຫ້ທ່ານມີຄວາມສະດວກສະບາຍໃນການດໍາເນີນທຸລະກໍາດ້ານການທະນາຄານອອນລາຍ ໄດ້ຕະຫຼອດເວລາ ແລະ ທຸກໆມື້ ບໍ່ວ່າຈະເປັນທ້າຍອາທິດ ຫຼື ວັນພັກ.

ແມ່ນໃຜສາມາດຜ່ານເຂົ້າ PBe ໄດ້ແດ່?

ທຸກໆຄົນທີ່ນໍາໃຊ້ອິນເຕີເນັດ ແມ່ນສາມາດຜ່ານເຂົ້າການບໍລິການດ້ານຂໍ້ມູນຂ່າວສານຂອງ PBe ໄດ້. ສ່ວນບໍລິການທາງດ້ານການດໍາເນີນທຸລະກໍາແມ່ນມີຄວາມພິເສດສະເພາະລູກຄ້າຜູ້ທີ່ໄດ້ລົງທະບຽນນຳໃຊ້ບໍລິການ PBe.

ຂ້ອຍສາມາດລົງທະບຽນນຳໃຊ້ PBe ໄດ້ແນວໃດ?

ກະລຸນາເຂົ້າໄປສາຂາຂອງທະນາຄານພາບລິກ ເພື່ອສະໝັກນຳໃຊ້ບັນຊີ PBe.

ຂ້ອຍມີຄຸນສົມບັດທີ່ຈະສະໝັກນໍາໃຊ້ PBe ບໍ່?
  • ໃນການສະໝັກນໍາໃຊ້ບັນຊີ PBe, ທ່ານຕ້ອງ:
    ທ່ານຕ້ອງມີອາຍຸ 18 ປີຂື້ນໄປ
    ຕ້ອງມີບັນຊີກັບທະນາຄານພາບລິກຄື:
    ບັນຊີຝາກປະຢັດ
  • ບັນຊີກະແສລາຍວັນ
  • ບັນຊີເອຊີອີ
ຂ້ອຍຈະສາມາດຮັບຮູ້ລາຍລະອຽດຂໍ້ມູນຕິດຕໍ່ສາຂາທະນາຄານທີ່ຂ້ອຍນໍາໃຊ້ບໍລິການຢູ່ໄດ້ແນວໃດ?

ທ່ານສາມາດເບິ່ງລາຍລະອຽດທີ່ຢູ່ທັງໝົດຂອງສາຂາ ໃນເວບໄຊທ໌ຂອງພວກເຮົາໂດຍການກົດເຂົ້າທີ່ ປ່ອງເມນູ “ຕິດຕໍ່” ໄດ້ທີ່ http://www.publicbank.com.la.

PBe ແມ່ນໃຊ້ໄດ້ສະເພາະບັນຊີສ່ວນບຸກຄົນບໍ?

ບໍ່ແມ່ນ, ທຸກບັນຊີປະເພດຕໍ່ໄປນີ້ສາມາດລົງທະບຽນນຳໃຊ້ PBe ໄດ້:

  1. ບຸກຄົນ
    • ບັນຊີບຸກຄົນ
    • ບັນຊີຮ່ວມ (ທີ່ມີເງື່ອນໄຂໃຜເຊັນກໍ່ໄດ້ ຫຼື ຜູ້ໃດຜູ້ໜຶ່ງສາມາດເຊັນໄດ້)
  2. ນິຕິບຸກຄົນ
ຂ້ອຍຕ້ອງຈ່າຍຄ່າລົງທະບຽນນໍາໃຊ້ບັນຊີ PBe ເທົ່າໃດ?

ການສະໝັກເປັນສະມາຊິກການບໍລິການເຮັດທຸລະກໍາການເງິນອອນລາຍ ຂອງພວກເຮົາແມ່ນບໍ່ໄດ້ເສຍຄ່າບໍລິການ.

ຂ້ອຍສາມາດເຂົ້າຫາການບໍລິການທະນາຄານອອນລາຍຂອງ PBe ຈາກຕ່າງປະເທດໄດ້ບໍ່?

ທ່ານສາມາດຜ່ານເຂົ້າບໍລິການ PBe ໄດ້ເທົ່າທີ່ທ່ານສາມາດເຊື່ອມຕໍ່ກັບອິນເຕີເນັດ ແລະ ຂໍ້ມູນບັນຊີPBe ໄດ້. ຢ່າງໃດກໍ່ຕາມ, ເພື່ອການເຮັດທຸລະກໍາທາງການເງິນ, ທ່ານຕ້ອງນຳໃຊ້ບໍລິການເຄືອຄ່າຍໂທລະຄົມໃນທ້ອງຖິ່ນ ເພື່ອເຊື່ອມຕໍ່ສັນຍານລະຫວ່າງປະເທດຈື່ງສາມາດຮັບຂໍ້ຄວາມ PAC ໄດ້.

ຂ້ອຍສາມາດສະໝັກນໍາໃຊ້ບໍລິການ PBe ໄດ້ແນວໃດ ຖ້າວ່າ ຂ້ອຍຢູ່ນອກປະເທດລາວ ແລະ ຍັງມີບັນຊີຢູ່ກັບກຸ່ມຂອງທະນາຄານພາບລິກ?

ທ່ານສາມາດສະໝັກນຳໃຊ້ບໍລິການທະນາຄານອອນລາຍ PBe ໄດ້ເມື່ອທ່ານຢູ່ໃນປະເທດລາວເທົ່ານັ້ນ. ກະລຸນາເຂົ້າໄປສະໝັກບໍລິການທະນາຄານອອນລາຍນຳສາຂາທີ່ທ່ານຖືບັນຊີ, ເມື່ອທ່ານມີລະຫັດຜູ້ໃຊ້ ແລະ ເລກລະຫັດຜ່ານແລ້ວທ່ານສາມາດນໍາໃຊ້ໄດ້ທຸກທີ່ທົ່ວໂລກ.

ຂ້ອຍຈະສາມາດປິດການນໍາໃຊ້ PBe ໄດ້ແນວໃດ?

ເພື່ອປິດການນໍາໃຊ້ບໍລິການ PBe, ກະລຸນາເຂົ້າໄປທີ່ສາຂາຂອງທະນາຄານພາບລິກໄດ້ທຸກສາຂາ. ທ່ານຈະໄດ້ຮັບຄຳແນະນໍາໃນການຕື່ມຂໍ້ມູນໃສ່ແບບຟອມ ແລະ ຢື່ນຂໍປິດການນໍາໃຊ້ PBe ດັ່ງກ່າວ. ຢ່າງໃດກໍ່ຕາມ, ທ່ານສາມາດຕິດຕໍ່ສອບຖາມຂໍ້ມູນເພີ່ມຕື່ມກັບສູນຊ່ວຍເຫຼືອລູກຄ້າຂອງພວກເຮົາໄດ້.