E-Statement
E-Statement ແມ່ນຫຍັງ?
ຜູ້ຖືບັນຊີກະແສລາຍວັນສາມາດດາວໂຫຼດໃບແຈ້ງລາຍການເຄື່ອນໄຫວບັນຊີ ແລະ ຍອດເຫຼືອບັນຊີຂອງເຂົາເຈົ້າໃນຮູບແບບຟາຍພີດີເອັຟ (PDF) ໃນແຕ່ລະເດືອນໄດ້ ໂດຍການກົດໃສ່ “E-Statement”. ການເຂົ້າເບິ່ງຂໍ້ມູນດັ່ງກ່າວຕ້ອງໄດ້້ນຳໃຊ້ໂປຣແກຣມ Adobe PDF, ເຊິ່ງສາມາດດາວໂຫຼດໄດ້ທີ່ນີ້: http://www.adobe.com/products/acrobat/readstep.html
ເປັນຫຍັງຂ້ອຍຈຶ່ງບໍ່ສາມາດຂໍ E-Statement ໃນເດືອນຜ່ານມາໄດ້?
ການເຂົ້າເບິ່ງ E-Statement ໃນຄັ້ງທຳອິດຂອງທ່ານ ແມ່ນຈະສາມາດເບິ່ງໄດ້ໃນຮອບວຽນໃບແຈ້ງລາຍການເຄື່ອນໄຫວຖັດໄປຫຼັງຈາກການລົງທະບຽນ E-Statement ຂອງທ່ານ. ຕົວຢ່າງ: ມື້ອອກໃບແຈ້ງລາຍການເຄື່ອນໄຫວບັນຊີຂອງທ່ານແມ່ນທຸກໆວັນທີ 15 ຂອງເດືອນ. ທ່ານໄດ້ລົງທະ ບຽນ E-Statement ໃນວັນທີ 16 ເດືອນມັງກອນ 2017. ທ່ານຈະໄດ້ຮັບ E-Statement ຄັ້ງທໍາອິດແມ່ນວັນທີ 15 ເດືອນກຸມພາ 2017.