Online Banking

ບໍລິການໂອນເງິນພາຍໃນປະເທດ

ການໂອນເງິນເຂົ້າ ແລະ ການໂອນເງິນອອກ ຜ່ານລະບົບການຊຳລະ (LaPASS)

ຄຸນລັກສະນະ:

ການໂອນເງີນ ເຂົ້າ-ອອກ ພາຍໃນປະເທດຂອງ ທະນາຄານ ພາບລິກ ລາວ ຈຳກັດ ແມ່ນໄດ້ນຳໃຊ້ລະບົບການຊຳລະ ແລະ ຫັກບັນຊີກັບ ທະນາຄານ ແຫ່ງ ສປປ ລາວ (Lao Payment and Settlement System = LaPASS) ເຊິ່ງເປັນລະບົບທີ່ທັນສະໄໝ ແລະ ອຳນວຍຄວາມສະດວກໃຫ້ແກ່ລູກຄ້າທີ່ມີບັນຊີເງິນຝາກຢູ່ກັບທະນາຄານພາຍໃນປະເທດ.

ຂໍ້ມູນໃນການໂອນເງິນເຂົ້າຂອງ ທະນາຄານ ພາບລິກ ລາວ ຈຳກັດ:

ທະນາຄານຜູ້ຮັບ ທະນາຄານ ພາບລິກ ລາວ ຈຳກັດ / PUBLIC BANK LAO LIMITED
ທີ່ຢູ່ຂອງທະນາຄານ 100/1-4, ຖະໜົນ ຂຸນບູລົມ, ບ້ານ ຫັດສະດີ, ເມືອງ ຈັນທະບູລີ, ນະຄອນຫຼວງວຽງຈັນ. ລະຫັດໄປສະນີ 6614.
ເບີໂທ: 85621 216614, 85621 223394 FAX: 85621 222743
ລະຫັດທະນາຄານ PBLLEVTE
ຊື່ບັນຊີ: .....................................................................................
ເລກບັນຊີ: .....................................................................................

ປະໂຫຍດທີ່ໄດ້ຮັບ:

  • ທະນາຄານເປັນສື່ກາງ ໃນການຊຳລະສະສາງໃຫ້ແກ່ລູກຄ້າ.
  • ມີຄວາມສະດວກ-ສະບາຍ ວ່ອງໄວ ແລະ ທັນສະໄໝ.
  • ລູກຄ້າສາມາດໂອນເງິນທັງພາຍໃນເຄືອຂ່າຍຂອງ ທະນາຄານ ພາບລິກ ລາວ ຈຳກັດ ແລະ ສາມາດໂອນຫາທະນາຄານອື່ນໆ.
  • ຮັບປະກັນຄວາມຖືກຕ້ອງ ແລະ ມີຄວາມປອດໄພ, ບໍ່ຕ້ອງອອກໃບສັ່ງຈ່າຍ ຫຼື ຂຽນແຊັກສັ່ງຈ່າຍ.
  • ສາມາດຮອງຮັບໄດ້ຫລາຍສະກຸນເງິນເຊັ່ນ: ກີບ, ບາດ ແລະ ໂດລາ.

ຂໍ້ກຳນົດຂອງການບໍລິການ:

  • ເປີດບໍລິການ ວັນຈັນ - ວັນສຸກ (ເວລາ 8:45 ເຖິງ 16:15)
  • ລູກຄ້າຕ້ອງມີບັນຊີກັບທະນາຄານ.
  • ລູກຄ້າຕ້ອງ ປະກອບແບບຟອມການໂອນ ຂອງທະນາຄານພາບລິກໃຫ້ຄົບຖວນ.

ເອກະສານປະກອບໃນການໂອນເງິນ:

  • ປະກອບແບບຟອມການໂອນ.
  • ຄັດຕິດເອກະສານຢັ້ງຢືນຕົວຕົນເຊັ່ນ: ສຳມະໂນຄົວ ຫຼື ບັດປະຈຳຕົວ ຫຼື ໜັງສືເດີນທາງ (Passport).
  • ຄັດຕິດເອກະສານທີ່ກ່ຽວຂ້ອງ ໂດຍອີງຕາມຈຸດປະສົງຂອງການໂອນ ຫຼື ອີງຕາມລະບຽບການທີ່ ທະນາຄານ ພາບລິກ ລາວ ຈຳກັດ ແຈ້ງອອກໃນແຕ່ລະໄລຍະ.

ຄ່າທຳນຽມໃນການໂອນເງິນ:

ກ.) ການໂອນເງິນພາຍໃນເຄືອຂ່າຍຂອງທະນາຄານ ພາບລິກ ລາວ ຈຳກັດ ແມ່ນບໍ່ມີຄ່າທຳນຽມການໂອນ (ຟຣີ).
ຂ.) ຄ່າທຳນຽມການໂອນເງິນລະຫວ່າງທະນາຄານ.
ລ/ດ ການໂອນເງິນ ເຂົ້າ-ອອກ ລະຫວ່າງທະນາຄານ ຈຳນວນເງິນຄ່າທຳນຽມ
1 ການໂອນເງິນ ເຂົ້າ-ອອກ ສະກຸນເງິນໂດລາ (USD) ຕ່ຳກວ່າ 15,000 ໂດລາ 1.5 ໂດລາ
2 ການໂອນເງິນ ເຂົ້າ-ອອກ ສະກຸນເງິນໂດລາ (USD) 15,000 ໂດລາ ຂຶ້ນໄປ 2.5 ໂດລາ
3 ການໂອນເງິນ ເຂົ້າ-ອອກ ສະກຸນເງິນບາດ (THB) ຕ່ຳກວ່າ 400,000 ບາດ 50 ບາດ
4 ການໂອນເງິນ ເຂົ້າ-ອອກ ສະກຸນເງິນບາດ (THB) 400,000 ບາດ ຂຶ້ນໄປ 80 ບາດ
5 ການໂອນເງິນ ເຂົ້າ-ອອກ ສະກຸນເງິນກີບ (LAK) ຕ່ຳກວ່າ 100 ລ້ານກີບ 9,000 ກີບ
6 ການໂອນເງິນ ເຂົ້າ-ອອກ ສະກຸນເງິນກີບ (LAK) 100 ລ້ານກີບ ຂຶ້ນໄປ 15,000 ກີບ


Domestic Funds Transfer

Fund Transfer via LaPASS Payment System

Features:

The Domestic Fund Transfer service of Public Bank Lao Limited utilizes the Lao Payment and Settlement System (LaPASS), a modern and efficient system designed to facilitate transactions for customers with deposit accounts at banks within the country.

About Public Bank Lao Limited:

BENEFICIAL BANK BLIC BANK LAO LIMITED
ADDRESS 100/1-4, KHUNBULOM ROAD, HATSADY VILLAGE, CHANTHABOULY DISTRICT, VIENTIANE CAPITAL LAO P.D.R P.O BOX 6614
TEL: 85621 216614, 85621 223394 FAX: 85621 222743
SWIFT CODE PBLLEVTE
Account Name: .....................................................................................
Account Number: .....................................................................................

Benefits:

  • The bank acts as a clearing house for customer transactions.
  • Convenient, fast, easy transactions.
  • Customers can transfer money within the bank’s network or transfer money to other banks.
  • Guarantee of accuracy and security your transactions, and eliminating the need for issuing payment orders or writing cheques.
  • Supports multiple currencies such as Lao Kip (LAK), Thai Bath (THB) and US Dollar (USD).

Service Requirements:

  • Operating hours: Monday – Friday (08:45 AM to 04:15 PM)
  • Customers must hold an account with the bank.
  • Customers must complete and accurately Transfer Application Form.

Documents Required:

  • Fill the transfer application form.
  • Attach document’s identity such as a Family Book or Identification Card or Passport.
  • Attach relevant supporting document such as Invoice, Bill, purchase and ect.

Service Charge:

a.) Intra-bank Transfer for Inward and Outward Telegraphic Transfer is Free of charge.
b.) Domestic Telegraphic Transfer Fees (Via LaPass Payment System) are as follows:
No. Domestic Transfer (Inward & Outward) Service Charge
1 Below USD 15,000 USD 1.5
2 USD 15,000 and above USD 2.5
3 Below THB 400,000 THB 50
4 THB 400,000 and above THB 80
5 Below LAK 100 million LAK 9,000
6 LAK 100 million and above   LAK 15,000