ບໍລິການທີ່ນຳໃຊ້ໄດ້
ບັນຊີ-
ກວດສອບຍອດເຫຼືອບັນຊີ ແລະ ທຸລະກຳ
ສາມາດກວດເບິ່ງຍອດເງິນໃນບັນຊີ ແລະ ກວດເບິ່ງທຸລະກຳຂອງທ່ານໄດ້ທຸກທີ່, ທຸກເວລາ.
ກົດໃສ່ບ່ອນນີ້.
- ການຂໍໃບແຈ້ງລາຍການເຄື່ອນໄຫວຂອງບັນຊີ
ສາມາດຂໍໃບແຈ້ງລາຍການເຄື່ອນໄຫວບັນຊີສະບັບພິມ ໄດ້ທີ່ສາຂາຂອງທະນາຄານພາບລິກ ລາວ ຈຳກັດ. - E-Statement
ສາມາດດາວໂຫຼດໃບແຈ້ງລາຍການເຄື່ອນໄຫວບັນຊີຂອງທ່ານທາງອອນລາຍ. ເຊິ່ງມີຄວາມປອດໄພກວ່າ, ບໍ່ໄດ້ເສຍຄ່າທຳນຽມ ແລະ ເປັນວິທີການທີ່ປະຢັດຊັບພະຍາກອນທີ່ດີທີ່ສຸດອີກດ້ວຍ.
- "ໂອນຫາບັນຊີຕົນເອງ" ແມ່ນຫຍັງ?
“ໂອນຫາບັນຊີຕົນເອງ” ໝາຍເຖິງການໂອນເງິນໄປຫາບັນຊີສ່ວນຕົວຂອງທ່ານ ທີ່ໄດ້ເຊື່ອມຕໍ່ເຂົ້າກັບຂໍ້ມູນ PBe ຂອງທ່ານ. - "ໂອນຫາບັນຊີບຸກຄົນອື່ນ" ແມ່ນຫຍັງ?
"ໂອນຫາບັນຊີບຸກຄົນອື່ນ" ໝາຍເຖິງການໂອນເງິນໄປຫາບັນຊີຂອງບຸກຄົນອື່ນ, ບັນຊີພາຍໃນທະນາຄານພາບລິກ. - "ບັນຊີໂອນປະຈຳ" ແມ່ນຫຍັງ ແລະ ມັນຕ່າງຈາກ "ໂອນຫາບັນຊີບຸກຄົນອື່ນ" ແນວໃດ?
ຄຸນລັກສະນະຂອງ "ບັນຊີໂອນປະຈຳ" ແມ່ນລະບົບຈະອະນຸຍາດໃຫ້ທ່ານເກັບຮັກສາບັນຊີທີ່ທ່ານໂອນຫາເປັນປະຈຳໄດ້ ເຊິ່ງທ່ານສາມາດຕັ້ງຊື່ໃໝ່ໃຫ້ບັນຊີເຫຼົ່ານີ້ໄດ້ຕາມຄວາມມັກຂອງທ່ານ ແລ້ວລະບົບຈະບັນທຶກຂໍ້ມູນນີ້ ໄວ້, ເລກບັນຊີລວມທັງຊື່ໃໝ່ຈະຖືກບັນທຶກໄວ້ໃນປະຫວັດຂໍ້ມູນຂອງທ່ານ.
ເຊິ່ງຕ່າງຈາກ "ໂອນຫາບັນຊີບຸກຄົນອື່ນ" ຄືບໍ່ຈໍາເປັນທີ່ຈະປ້ອນຂໍ້ມູນຂອງບັນຊີທີ່ທ່ານໂອນຫາເປັນປະຈຳກ່ອນການເຮັດທຸລະກຳໃນແຕ່ລະຄັ້ງ. ພຽງແຕ່ເລືອກເອົາບັນຊີໃນລາຍຊື່ທີ່ທ່ານໂອນຫາປະຈຳເທົ່ານັ້ນກໍສາມາດເຮັດທຸ ລະກຳໄດ້ເລີຍ.
- ວົງເງິນໃນການໂອນຕໍ່ວັນເທົ່າໃດ?
ການໂອນເງິນ ສຳລັບບຸກຄົນ (ບຸກຄົນ/ຮ່ວມ/ເຈົ້າຂອງຜູ້ດຽວ) PBe ສຳລັບນິຕິບຸກຄົນ ໂອນຫາບັນຊີຕົນເອງ (ສະກຸນເງິນດຽວກັນ) 10,000.00 ໂດລາ ຫຼື ທຽບເທົ່າ 10,000.00 ໂດລາ ຫຼື ທຽບເທົ່າ (ພ້ອມ SecureSign) ໂອນຫາບັນຊີບຸກຄົນທີ່ສາມ (ສະກຸນເງິນດຽວກັນ) 1,000.00 ໂດລາ ຫຼື ທຽບເທົ່າ (ພ້ອມ PAC) 3,000.00 ໂດລາ ຫຼື ທຽບເທົ່າ (ພ້ອມ SecureSign)
ວົງເງິນໃນການໂອນສາມາດປ່ຽນແປງ (ຫຼຸດວົງເງິນເທົ່ານັ້ນ) ທາງອອນລາຍໄດ້ທີ່ ການດັດແກ້ປ່ຽນແປງຂໍ້ມູນ/ປ່ຽນວົງເງິນໃນການໂອນ ປະຈຳວັນ.
# ວົງເງິນໃນການໂອນປະຈໍາວັນສາມາດເພີ່ມໄດ້ສູງສຸດ 1,000.00ໂດລາ ສໍາລັບບຸກຄົນ ແລະ 3,000.00 ໂດລາ ສໍາລັບນິຕິບຸກຄົນຂອງທຸກສາຂາທະນາຄານພາບລິກໃນລາວ.
- ຂ້ອຍຕ້ອງເຮັດແນວໃດໃນການໂອນເງິນຫາບັນຊີບຸກຄົນອື່ນພາຍໃນ ທະນາຄານພາບລິກ ລາວ ຈຳກັດ?
ກະລຸນາປະຕິບັດຕາມຂັ້ນຕອນດັ່ງລຸ່ມນີ້:- ກົດໃສ່ການໂອນເງິນ
- ກົດໃສ່ບັນຊີພາຍໃນທະນາຄານພາບລິກ
- ກົດໃສ່ໂອນຫາບັນຊີບຸກຄົນອື່ນ ຫຼື ໂອນຫາບັນຊີທີ່ໄດ້ລົງທະບຽນໄວ້
- ເລືອກໂອນຈາກບັນຊີ
- ໃສ່ໝາຍເລກບັນຊີຜູ້ຮັບ
- ໃສ່ຈຳນວນເງິນ (ໂດລາ/ກີບ/ບາດ) ແລະ ກົດຖັດໄປ
- ກົດໃສ່ປຸ່ມ “ຂໍ PAC ເລີຍ”
- ໃສ່ລະຫັດ PAC
- ກວດເບິ່ງຄວາມຖືກຕ້ອງແລ້ວກົດຢືນຢັນ.
Services Available
Account-
Balance & transaction Inquiry
View your account balance and transaction details anywhere, anytime.
Click here.
- Statement Request
Request a hardcopy statement at any our Public Bank Lao Limited branches. - E-Statement
Download your account statement online. It’s safer, free and best of all eco-friendly.
- What is “To Own Account”?
“To Own Account” means transferring funds to your personal accounts which are linked to your PBe profile. - What is “To Other Account”?
“To Other Account” means transferring funds to someone else’s account, be it Public Bank. - What is “Favourite Account” and how is it different from “To Other Account”?
The “Favourite Account” feature allows you to store your favourite accounts. You can even give each of these accounts a new name. Once registered, the account number, along with its new name will be recorded in your profile.
Unlike “To Other Account”, there is no need to enter a Favourite Account's information before each transaction. Simply select it from your list of Favourite Accounts.
- What is the daily fund transfer limit?
Fund Transfer PBe Personal Banking
(Individual/Joint/Sole Proprietor)PBe Business Banking To own account (Same Currency) USD10,000.00 or equivalent USD10,000.00 or equivalent (with SecureSign) To 3rd party accounts (Same Currency) USD1,000.00 or equivalent (with PAC) USD3,000.00 or equivalent (with SecureSign)
The fund transfer limit can be maintained online at Profile Maintenance/Change Daily Transfer Limit.
# The daily fund transfer limit can be increased to a maximum of USD1,000.00 for PBe Individual and USD3,000 for PBe Corporate at any PBB branches in Laos.
- How do I perform a fund transfer to other Public Bank accounts?
Please follow the steps listed below:- Click on Fund Transfer
- Click on PB Account
- Click on To Account or To Favourite Account
- Select From Account
- Enter Beneficiary Account No
- Enter Amount(USD/LAK/THB) and click on Next
- Click on "Request PAC Now" button
- Enter PAC
- Verify details entered and click on Confirm