ຄຳຖາມທີ່ພົບເປັນປະຈຳ
FREQUENTLY ASKED QUESTIONS
ເມື່ອມີການປັບປຸງໂຄງສ້າງການເຄື່ອນໄຫວທຸລະກິດ ຈາກທະນາຄານພາບລິກ ເບີຮາດ ສາຂາຕ່າງປະເທດ
ມາເປັນ ທະນາຄານພາບລິກ ລາວ ຈຳກັດ
UPON TRANSFER OF BUSINESS ACTIVITIES FROM OVERSEAS BRANCHES OF PUBLIC BANK BERHAD TO PUBLIC BANK LAO LIMITED
- ຫົວຂໍ້ທົ່ວໄປ
GENERAL TOPIC-
- ພວກເຮົາແມ່ນໃຜ?
ທະນາຄານພາບລິກ ລາວ ຈຳກັດ (Public Bank Lao) ເປັນສາຂາຂອງ ທະນາຄານພາບລິກ ເບີຮາດ. ທະນາຄານພາບລິກ ລາວ ໄດ້ຮັບການສ້າງຕັ້ງຂຶ້ນພາຍຫຼັງໄດ້ຮັບອະນຸມັດຈາກ ທະນາຄານແຫ່ງ ສປປ ລາວ (ທຫລ) ເພື່ອປັບປຸງ ແລະ ຍົກລະດັບການດຳເນີນງານຂອງ ທະນາຄານພາບລິກ ລາວ ສາຂາຕ່າງປະເທດ ມາເປັນທະນາຄານທ້ອງຖີ່ນໃນລາວ.
ສຳລັບຂໍ້ມູນ, ທະນາຄານພາບລິກ ເບີຮາດ (PBB) ແມ່ນກຸ່ມທະນາຄານຍັກໃຫຍ່ ຈາກປະເທດມາເລເຊຍ ທີ່ບໍ່ຂຶ້ນກັບລັດຖະບານ. ທະນາຄານພາບລິກ ເບີຮາດ ເປັນທະນາຄານທຳອິດທີ່ມາເປີດສາຂາຕ່າງປະເທດ ຢູ່ໃນ ສປປ ລາວ ໃນວັນທີ 18 ທັນວາ 1995. ດ້ວຍປະສົບການ 28 ປີ, ທະນາຄານພາບລິກ ມີ 4 ສາຂາ ໃນ ສປປ ລາວ, 2 ສາຂາ ໃນນະຄອນຫຼວງວຽງຈັນ, 1 ສາຂາ ໃນສະຫວັນນະເຂດ ແລະ 1 ສາຂາ ໃນປາເຊ.
ໃບອະນຸຍາດດຳເນີນທຸລະກິດການທະນາຄານ ສະບັບ ເລກທີ 33/ທຫລ, ອອກໂດຍ ທະນາຄານແຫ່ງ ສປປ ລາວ (ທຫລ) ລົງວັນທີ 21 ພະຈິກ 2023. ທະນາຄານພາບລິກ ລາວ ໄດ້ດຳເນີນກິດຈະການ ຢ່າງເປັນທາງການນັບແຕ່ 01 ມັງກອນ 2024 ເປັນຕົ້ນໄປ ໂດຍເວລາເປີດໃຫ້ບໍລິການ ແມ່ນບໍ່ມີການປ່ຽນແປງ ແລະ ຄົງໄວ້ຄືເກົ່າ ດັ່ງນີ້: ວັນຈັນ - ວັນສຸກ ເວລາ 8:45 ເຊົ້າ ຫາ 4:15 ແລງ.
ທະນາຄານພາບລິກ ລາວ ມີສຳນັກງານໃຫຍ່ຢູ່ ນະຄອນຫຼວງວຽງຈັນ ແລະ ຍັງມີອີກ 4 ສາຂາໃນຕົວເມືອງດັ່ງທີ່ໄດ້ກ່າວມາຂ້າງເທິງ.
Who are we?
Public Bank Lao Limited (Public Bank Lao) is a wholly owned banking subsidiary of Public Bank Berhad. Public Bank Lao is incorporated after obtaining approval from the Bank of Lao PDR (BOL) to transfer and upgrade the banking operations of Public Bank Berhad overseas branches into a foreign owned local bank.
For information, Public Bank Berhad (PBB) is the largest non-Government linked banking group from Malaysia. PBB is one of the first foreign banks to commence its overseas branch operations in Lao PDR on 18 December 1995. With 28 years of banking track records in Lao PDR, PBB has 4 branches in Lao PDR, with 2 branches in Vientiane and one each in Savannakhet and Pakse.
Public Bank Lao’s Banking License with reference No.33/BOL was issued by BOL on 21 November 2023. Public Bank Lao officially commence business with effect from 1 January 2024 with banking hours remaining unchanged i.e. Monday – Friday at 8:45 AM to 4:15 PM.
Public Bank Lao has its Head Office in Vientiane Capital and maintains the 4 existing branches located in the cities as mentioned above.
-
- ໄດ້ມີການປ່ຽນແປງທີ່ຢູ່ ແລະ ເບີໂທຕິດຕໍ່ຂອງສຳນັກງານໃຫຍ່ ແລະ ສາຂາຂອງທະນາຄານບໍ່?
ບໍ່ມີການປ່ຽນແປງທີ່ຢູ່ ແລະ ເບີໂທລະສັບຕິດຕໍ່ຂອງ ສຳນັກງານໃຫຍ່ ແລະ ສາຂາຂອງທະນາຄານ. ສຳຫຼັບຂໍ້ມຸນລາຍລະອຽດກ່ຽວກັບສະຖານທີ່ ແລະ ເບີໂທຕິດຕໍ່ ຂອງທະນາຄານພວກເຮົາ, ກະລຸນາເຂົ້າໄປທີ່ເວັບໄຊ໌ທາງການຂອງທະນາຄານພວກເຮົາໄດ້ທີ່: www.publicbank.com.la
Will the address and contact number of the Bank’s Head Office and Branches change?
There is NO change to the address and contact number of the Bank’s Head Office and Branches. For more information about the location and contact number of our Bank and Branches, please visit our Bank’s official website: www.publicbank.com.la
- ຜະລິດຕະພັນ/ການບໍລິການສະເພາະ
SPECIFIC PRODUCTS/SERVICES-
- ເລກບັນຊີທີ່ມີຢູ່ແລ້ວຂອງພວກເຮົາຈະຖືກປ່ຽນແປ່ງບໍ່?
ເພື່ອຄວາມສະດວກຂອງລູກຄ້າ ໝາຍເລກບັນຊີຂອງລູກຄ້າທີ່ມີຢູ່ແລ້ວ ລວມທັງ ບັນຊີເງິນຝາກກະແສລາຍວັນ, ບັນຊີເງິນຝາກມີກຳນົດ, ບັນຊີເງິນກູ້ ແລະ ບັນຊີອື່ນໆ. ຍັງສາມາດນຳໃຊ້ໄດ້ປົກກະຕິ ແລະ ບໍ່ມີການປ່ຽນແປງ.
Will customers’ existing bank account number be changed?
For your added convenience, the existing customer account numbers including Current Account; Fixed Deposits; Loans Account etc. remain unchanged. You can continue to operate your banking accounts as usual. -
- ໃນຖານະລູກຄ້າຂອງ ທະນາຄານພາບລິກ, ພວກເຮົາຈຳເປັນຕ້ອງປ່ຽນບັດ ATM ຂອງທະນາຄານພາບລິກ ມາເປັນບັດ ATM ໃໝ່ຂອງ ທະນາຄານພາບລິກ ລາວ ຈຳກັດ ບໍ່?
ບັດ ATM ຂອງທະນາຄານພາບລິກ ທີ່ມີຢູ່ແລ້ວ ຍັງຄົງສາມາດສືບຕໍ່ນຳໃຊ້ໄດ້ ກັບຕູ້ ATM ຂອງເຮົາ ແລະ ລວມທັງທະນາຄານອື່ນ.
Being customer of Public Bank, do we need to replace our existing Public Bank ATM Card to a new Public Bank Lao ATM Card?
The existing ATM Cards issued by Public Bank can continue to be used/accepted in our ATMs and including other banks.
-
- ໄດ້ມີການປ່ຽນແປງຂອງການບໍລິການ e-Banking ບໍ່? ລິ້ງຂອງເວັບໄຊທ໌ມີການປ່ຽນແປງບໍ່? ຖ້າມີການປ່ຽນແປງ, ລິ້ງໂຕໃໝ່ແມ່ນຫຍັງ?
ການບໍລິການ e-Banking ແມ່ນບໍ່ມີການປ່ຽນແປງ ຍັງສືບຕໍ່ນຳໃຊ້ໄດ້ປົກກະຕິ ຜ່ານທາງເວັບໄຊ໌ທາງການຂອງທະນາຄານ: www2.publicbank.com/LAOS ແລະ ຂັ້ນຕອນຜ່ານເຂົ້າສູ່ລະບົບ ແມ່ນຍັງຄົງໄວ້ຢູ່ພາຍໃຕ້ ທະນາຄານພາບລິກ ລາວ.
Is there any change to the existing e-banking service? Will the existing Bank domain be changed? If yes, what is the new domain?
The e-Banking Service remains unchanged by visiting the existing website: www2.publicbank.com/LAOS and the login process will remain the same under Public Bank Lao.
-
- ປຶ້ມແຊັກ ຂອງທະນາຄານພາບລິກ ທີ່ມີຢູ່ແລ້ວຈະຍັງສາມາດນຳໃຊ້ພາຍໃຕ້ ທະນາຄານພາບລິກ ລາວ ໄດ້ບໍ່? ທະນາຄານຈະຮຽກເກັບຄືນ / ປ່ຽນແທນປຶ້ມແຊັກບໍ່? ຖ້າໄດ້ປ່ຽນ, ແມ່ນເມື່ອໃດ ແລະ ຈະມີຂັ້ນຕອນແນວໃດ?
ແຊັກທັງໝົດ ທີ່ອອກພາຍໃຕ້ຊື່ຂອງ ທະນາຄານພາບລິກ ແມ່ນຍັງຄົງສືບຕໍ່ນຳໃຊ້ໄດ້ ຈົນກວ່າຈະມີແຈ້ງການເພີ່ມຕື່ມພາຍຫຼັງ. ລູກຄ້າ ສາມາດນຳປຶ້ມແຊັກ ທີ່ອອກໃນນາມ ທະນາຄານພາບລິກ ເຫຼັ້ມທີ່ບໍ່ທັນໄດ້ນຳໃຊ້ ມາປ່ຽນປຶ້ມແເຊັກຫົວໃໝ່ ພາຍໃຕ້ຊື່ ທະນາຄານພາບລິກ ລາວ ໂດຍບໍ່ເສຍຄ່າທຳນຽມ ຈົນເຖີງວັນທີ 30 ມິຖຸນາ 2024.
* ອີງຕາມຂໍ້ກຳນົດ ແລະ ເງື່ອນໄຂ.
Will the existing Public Bank cheques still be valid under Public Bank Lao? Does the Bank require cheque book to be replaced/changed? If yes, when and what are the procedures?
All cheques previously issued under Public Bank are still valid and can be used until further notice. Customers are encouraged to replace unused cheque book bearing Public Bank’s name with new cheque book under Public Bank Lao without any charges* by 30 June 2024.
*Terms and conditions apply.
-
- ສຳຫຼັບລູກຄ້າທ່ານໃດທີ່ມີບັນຊີເງິນຝາກມີກຳນົດ / ໃບຢັ້ງຢືນເງິນຝາກ ແລະ ປຶ້ມບັນຊີເງິນຝາກປະຢັດ ນຳທະນາຄານພາບລິກ, ລູກຄ້າຈະຕ້ອງໄດ້ປ່ຽນ ຫຼື ສາມາດເກັບຮັກສາໄວ້ຈົນກວ່າຈະໝົດອາຍຸບໍ?
ບັນຊີເງິນຝາກມີກຳນົດ / ໃບຢັ້ງຢືນເງິນຝາກ ແລະ ປຶ້ມບັນຊີເງິນຝາກປະຢັດ ທີ່ມີນຳທາງທະນາຄານພາບລິກ ແມ່ນຍັງສາມາດສືບຕໍ່ນຳໃຊ້ພາຍໃຕ້ ທະນາຄານພາບລິກ ລາວ.
ສຳລັບການຕໍ່ອາຍຸບັນຊີ, ການອອກໃບຢັ້ງຢືນເງິນຝາກມີກຳນົດໃບໃໝ່ພາຍໃຕ້ ທະນາຄານພາບລິກ ລາວ ແມ່ນຈະອອກໃຫ້ເມື່ອລູກຄ້າໄດ້ນຳເອົາໃບຢັ້ງຢືນເງິນຝາກທີ່ຄົບກຳນົດແລ້ວ ມາປ່ຽນໂດຍອີງຕາມສາຂາທີ່ຖືບັນຊີ.
For existing customer who is holding Public Bank Fixed Deposit Receipt/ Certificate of Deposit and Passbook for Current Account Plus, will the Customer need to replace the existing one or can keep until maturity?
The existing Fixed Deposit Receipt/ Certificate/Passbook issued by Public Bank will still be valid under Public Bank Lao.
For renewals, new Fixed Deposit Receipts under Public Bank Lao will be issued upon presenting the matured receipts at any Branch.
-
- ກ່ຽວກັບການເຮັດທຸລະກຳການໂອນເງິນເດ? ມີການປ່ຽນແປງລະຫັດ SWIFT ຂອງທະນາຄານບໍ່?
ລະຫັດ SWIFT ຂອງທະນາຄານແມ່ນບໍ່ມີການປ່ຽນແປງ ຍັງຄົງນຳໃຊ້ພາຍໃຕ້ ທະນາຄານພາບລິກ ລາວ. ມີພຽງຊື່ຂອງທະນາຄານເທົ່ານັ້ນທີ່ຈະປ່ຽນເປັນ ທະນາຄານພາບລິກ ລາວ ຈຳກັດ ເພື່ອໃຫ້ສອດຄ່ອງກັບໂສມໜ້າໃໝ່ຂອງພວກເຮົາ.
ດັ່ງນັ້ນ, ເງິນທີ່ໂອນເຂົ້າມາພາຍໃຕ້ຊື່ ທະນາຄານພາບລິກ ເບີຮາດ ໂດຍນຳໃຊ້ລະຫັດ SWIFT ແມ່ນຈະຍັງຄົງນຳໃຊ້ໄດ້.
How about inward remittances? Is there any change to the Bank’s SWIFT code?
The Bank’s SWIFT code remains unchanged under Public Bank Lao i.e PBBLELALA. Only the name of the Bank would be changed to reflect our new identity, i.e. Public Bank Lao Limited.
Hence, inward remittances, which are sent to Public Bank Berhad using the SWIFT code, are still valid.
-
- ລູກຄ້າສິນເຊື່ອຂອງ ທະນາຄານພາບລິກ, ພວກເຮົາຕ້ອງໄດ້ເຊັນສັນຍາສິນເຊື່ອ/ສັນຍາກູ້ຢືມສະບັບໃໝ່ກັບທາງ ທະນາຄານພາບລິກ ລາວ ຈຳກັດຫຼືບໍ່?
ສິດ/ພັນທະ ທັງໝົດຂອງທະນາຄານພາບລິກ ແມ່ນຈະຖືກປະຕິບັດ ແລະ ໂອນຍ້າຍມາໃນນາມ ທະນາຄານພາບລິກ ລາວ ຈຳກັດ ພາຍໃຕ້ກົດໝາຍຄຸ້ມຄອງຂອງ ສປປ ລາວ ເມື່ອມີການປັບປຸງໂຄງສ້າງການເຄື່ອນໄຫວທຸລະກິດ. ສັນຍາສິນເຊື່ອ/ສັນຍາກູ້ຢືມເກົ່າ ທີ່ໄດ້ລົງນາມໄວ້ລະຫວ່າງ ທະນາຄານພາບລິກ ກັບລູກຄ້າສິນເຊື່ອ ຈະຍັງຄົງມີຜົນສັກສິດຄືເກົ່າ.
ດັ່ງນັ້ນ, ລູກຄ້າສິນເຊື່ອ ຈຶ່ງບໍ່ຈຳເປັນລົງນາມຄືນໃໝ່.
Being an existing Loan customer of Public Bank, do we need to sign a new Credit Contract/Loan Agreement with Public Bank Lao?
All rights/obligations of Public Bank would be carried/transferred to Public Bank Lao under the prevailing law of Lao PDR upon the transfer of business. Existing Credit Contracts, Letters of Offer, Loan Agreements signed between Public Bank and loan customers would still be valid and binding.
Hence, loans customers are not required to sign any new documents.
-
- ໃນຖານະລູກຄ້າ ໃນລະຫວ່າງເວລານີ້ ມີສິ່ງໃດທີ່ຂ້ອຍຕ້ອງເຮັດຫຼືບໍ່?
ລູກຄ້າບໍ່ຈຳເປັນຕ້ອງດຳເນີນການໃດໆ ເພື່ອສືບຕໍ່ການບໍລິການ ກັບທະນາຄານພາບລິກ ລາວ. ການປັບປຸງໂຄງສ້າງການເຄື່ອນໄຫວທຸລະກິດຈາກ ທະນາຄານພາບລິກ ເບີຮາດ ມາເປັນ ທະນາຄານພາບລິກ ລາວ ແມ່ນດຳເນີນໄປໂດຍບໍ່ມີຜົນກະທົບໃດໆຕໍ່ການບໍລິການ.
Is there anything I need to do as a customer during this period?
Customers are not required to take any specific actions to continue banking with Public Bank Lao. The transfer of business from Public Bank to Public Bank Lao is made without any disruption.
-
- ຂ້ອຍຈະຮູ້ຂໍ້ມູນໄດ້ແນວໃດ ໃນລະຫວ່າງຂະບວນການປັບປຸງໂຄງສ້າງ?
ທະນາຄານພາບລິກ ລາວ ຈຳກັດ ຈະແຈ້ງຂໍ້ມູນໃຫ້ຊາບ ໂດຍຜ່ານຫຼາຍຊ່ອງທາງ, ລວມທັງການປະກາດຢ່າງເປັນທາງການ ແລະ ຜ່ານທາງເວັບໄຊທ໌ ຂອງທະນາຄານ.
How can I stay informed during the restructuring process?
Regular updates will be provided through various channels, including official announcements and through the Bank’s website.